ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +1 ກັບບັນດາຄູ່ເຈລະຈາ

(vovword) - ວັນ​ທີ 11/7 ຢູ່ນະຄອນຫລວງພະນົມເປັນ ປະເທດ ກຳປູເຈຍ ໄດ້ດຳເນີນກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ + 1 ກັບເຈົ້າຫນ້າທີ່​ມາ ຈາກ 10 ປະ​ເທດ ຄູ່​ເຈລະຈາ​ຂອງ ອາ​ຊຽນ ຊຶ່ງ​ລວມມີ: ອົດ​ສະ​ຕາ​ລີ, ກາ​ນາ​ດາ, ຈີນ, ສະຫະພາບ​ເອີ​ລົບ, ອິນ​ເດຍ, ຍີ​ປຸ່ນ, ນິວ​ເຊີ​ແລນ, ສ​ເກົາຫລີ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ນຳ​ຫນ້າ​ຄະນະ​ຜູ້​ແທນ​ການ​ຕ່າງປະ​ເທດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້  ​ສະ​ເຫ​ນີວ່າ: ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມມື​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຖືກ​ກັບ​​ກຳນົດ​ເວລາ ກໍ​ຄື​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ​ເທັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ວິທະຍາສາດ​ເຕັກນິກ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ພວມ​ເກີດຂຶ້ນ ​ແລະ ບັນດາ​ບັນຫາ​ອາດຊະຍາ​ກຳ​ຂ້າມ​ຊາດ. ຕາມ​ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ແລ້ວ, ບັນດາປ​ະ​ເທດ​ຄູ່​ເຈລະຈາ​ຄວນ​ສືບ​ຕໍ່​ສະຫນັບສະຫນູນ ​ແລະ ມີ​ການ​ປະກອບສ່ວນ​ລະອຽດ​​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ ອາ​ຊຽນ, ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຈອດ​ພາກ​ພື້ນ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ພັດທະນາ​ອະນຸ​ພາກ​ພື້ນ​, ​ໃນ​ນັ້ນ ມີ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ກໍ​ຄື​ສະຫນັບສະຫນູນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ຢູ່ ​ບັນດາ​ຂອບ​ເຂດຂອງເວທີ​ປາ​ໄສພາກ​ພື້ນ ຄື: ອາ​ຊຽນ +1, ອາ​ຊຽນ +3, EAS, ARF, ADMM+

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +1 ກັບບັນດາຄູ່ເຈລະຈາ - ảnh 1
ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ຈີນ
ພາບ:ktdt.com.vn

ດ້ວຍ​ບົດບາດ​​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ ລະຫວ່າງ ອາ​ຊຽນ - ຈີນ, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ພ້ອມ​ກັບ​ທ່ານ ຢາງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ຈີນ. ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​​ໄດ້​ຢືນຢັນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ຕັ້ງຫນ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ເຈລະຈາ​ຍຸດ​ທະ​ສາດ ອາ​ຊຽນ ຈີນ ​ເພື່ອ​ສັນຕິພາບ ​ແລະ ຄວາມວັດທະນາ​ຖາວອນ.

        ທີ​່ກອງ​ປະຊຸມ​ລະຫວ່າງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກັບ​ຄູ່​ເຈລະຈາ, ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ ​ເນັ້ນ​ຫນັກ​ວ່າ: ບັນດາ​ຫລັກການກ່ຽວ​ກັບ​ການ​ເຄົາລົບ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ສຳລັບ​ເຂດ​ເສດຖະກິດ​ພ​ິ​ເສດ ​ແລະ ​ໄຫລ່​ທະ​ວີ​ບ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ການ​ກຳນົດ​ຂອງ​ສົນທິສັນ​ບາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (COC)ໂດຍ​ໄວ.

ທີ່​ການ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ອີ​ຢູ, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​​ໄດ້​ຮັບ​ບົດບາດ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ ​ໄລຍະ 7/2012 -7/2015 ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາ​ກັບ​ທ່ານ ຢ່າງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ, ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຄູ່​​ເຈລະຈາ ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ ຈີນ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສື​ບຕໍ່ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ ​ແມ່ນ​​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ພົບ​ປະ​ຄະນະ​ຜູ້​ແທນຂັ້ນ​ສູງ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ຢືນຢັນ: ​ແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ​ວິທີ, ມິດຕະພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ສິດຜົນປະ​ໂຫຍດອັນ​ຊອບ​ທຳ​ຂອງ​ກັນ, ອີງ​ໃສ່​ບັນດາ​ຄວາ​ມຮັບ​ຮູ້​ລວມທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ ​ແລະ ຂໍ້​ຕົກລົງ​ບັນດາ​ຫລັກການ​ພື້ນຖານ​ເພື່ອ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ທະ​ເລ.

​        ໃນ​ວັນ​ດຽວ​ກັນ, ຢູ່​ນອກ​ກອງ​ປະຊຸມ, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າ​ຍ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ, ກາ​ນາ​ດາ, ປາ​ກິ​ສະຖານ ​ແລະ ສປປ ​ເກົາຫລີ ​ເພື່ອ​ປຶກສາ​ຫາລື​ບັນ​ດາ​ບັນຫາ​ສອງ​ຝ່າຍ ​ແລະ ບັນຫາ​ສຳຄັນ​ໃນ​ກອງ​ປະຊຸມ​ຄັ້ງຕ່າງ​ໆ.

 

 

ຂ່າວ/ບົດ​ອື່ນ