ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 21

(VOVWORLD) -ວັນທີ 21 ມັງກອນ, ຢູ່ບຸກແຊນ ປະເທດແບນຊິກ, ໄດ້ດໍາເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 21 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ແລະ 24 ປະເທດ ສະມາຊິກ ອີຢູ. 

        ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ຕາງໜ້າໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ເຂົ້າຮ່ວມກອງປະຊຸມ.   

        ໂດຍຕາງໜ້າໃຫ້ ອາຊຽນ ກ່າວຄໍາເຫັນກ່ຽວກັບບັນດາຂົງເຂດບຸລິມະສິດໃນການຮ່ວມມື ອາຊຽນ - ອີຢູ ໃນປີ 2019, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ສະເໜີທິດທາງ ແລະ ມາດຕະການຍູ້ແຮງການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດ ເຊິ່ງ ອາຊຽນມີຄວາມຕ້ອງການ ແລະ ອີຢູ ມີທ່າແຮງ ຄື ການປ່ຽນແປງຂອງດິນຟ້າອາກາດ, ການຕ້ານການກໍ່ການຮ້າຍ, ຕ້ານອາດຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.... ໃຫ້ມີປະສິດທິຜົນ ແລະ ແທດຈິງ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້້ນ, ຫຼັການຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ແບ່ງປັນກ່ຽວກັບຄວາມຄືບໜ້າໃນວິວັດການສ້າງກົດແຫ່ງການປະພຶດ COC ລະຫວ່່າງ ອາຊຽນ ແລະ ຈີນ, ສະໜັບສະໜູນ ອີຢູ ຕັ້ງໜ້າເຂົ້າຮ່ວມການປະກອບສ່ວນພ້ອມກັບ ອາຊຽນ ມານະພະຍາຍາມ ຮັກສາສັນຕິພາບ, ຄວາມໝັ້້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.

        ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຍັງມີບັນດາການພົບປະແລກປ່ຽນສອງຝ່າຍຄັ້ງຕ່າງໆ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ