ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ+3 ປຶກສາຫາລື ກ່ຽວກັບສະພາບການໃນແຫຼມ ເກົາຫຼີ

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +3 ເຊິ່ງລວມມີ 10 ປະເທດ ສະມາຊິກ ອາຊຽນ ແລະ 3 ຄູ່ຮ່ວມມືເຊິ່ງລວມມີ: ຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ສິງຫາ ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ. 

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ+3 ປຶກສາຫາລື ກ່ຽວກັບສະພາບການໃນແຫຼມ ເກົາຫຼີ - ảnh 1

ທ່ານ Taro Kono, ລັດຖະມົນຕີການຕ່າງປະເທດ ຍີ່ປຸ່່ນ  (ພາບ: EPA/TTXVN)

ລັດຖະມົນຕີການຕ່າງປະເທດ ບັນດາປະເທດຕ່າງໆ ໄດ້ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງສະພາບການໃນແຫຼມ ເກົາຫຼີ. ທ່ານ Taro Kono, ລັດຖະມົນຕີການຕ່າງປະເທດ ຍີ່ປຸ່່ນ ຈະຮຽກຮ້ອງບັນດາປະເທດເຂົ້າຮ່ວມກອງປະຊຸມເພີ່ມຄວາມກົດດັນເພື່ອໃຫ້ພຽງຢາງ ປະລະໂຄງການລູກສອນໄຟນຳວິຖີ ແລະ ນິວເຄຼຍຂອງປະເທດນີ້, ກໍ່ຄືແກ້ໄຂບັນຫາ ສປປ ເກົາຫຼີ ລອບຈັບຕົວພົນລະເມືອງ ຍີ່ປຸ່ນ ໃນອະດີດຕະການ.

        ນອກນັ້ນ, ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ຈະແລກປ່ຽນທັດສະນະກ່ຽວກັບຂົງເຂດຮ່ວມມືດ້ານການເງິນ, ແງ່ຫວັງສ້າງສັນຍາການຄ້າເສລີເປັນຮູບປະທຳດ້ວຍພາກສ່ວນເຂົ້າຮ່ວມແມ່ນ 13 ປະເທດດັ່ງກ່າວ ພ້ອມກັບ ອົດສະຕາລີ, ນິວຊີແລນ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ