ກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາ

ກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາ - ảnh 1
ກອງປະຊຸມບັນດາປະເທດ ອາຊຽນ - ການາດາ
(ພາບ: ອີນເຕີເນັດ)

(vovworld) - ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຄູ່​​ເຈລະຈາ ເຊິ່ງຈັດ​ຂຶ້ນ​ຢູ່ ກຳປູ​ເຈຍ​, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຈະສືບ​ຕໍ່​ປະ​ຕິ​ບັດ​ບັນດາ​ໂຄງການ​ຮ່ວມ​ມື, ​ແຜນການ​ເຄື່ອນ​ໄຫວ​ລະຫວ່າງ ອາ​ຊຽນ ກັບ​ແຕ່ລະ​ປະ​ເທດ​ໃນ​ໄລຍະ 2012 – 2015, ຍູ້​ແຮງ​ວຽກ​ງານ​ເຈລະຈາ​ການ​ຄ້າ, ການ​ລົງທຶນ​ກັບ​ບັນດາ​ປະ​ເທດ​ຄູ່​​ເຈລະຈາ ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ທັງ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຝ່າຍ​ຕ່າງໆ​ໃນ​ຂົງ​ເຂດ​ການ​ສຶກສາ, ການ​ຄ້າ, ກະສິກຳ, ວິທະຍາສາດ​ເຕັກນິກ​, ພະລັງງານ, ຄວບ​ຄຸມ​ໄພພິບັດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ອາດຊະຍາ​ກຳ​ຂ້າມ​ຊາດ.​.​. ​ເຊິ່ງ​ແຕ່ລະ​ປະ​ເທດ​ມີ​ທ່າ​​ແຮງ.

ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ລັດຖະມົນຕີ​ຫຼາຍ​ທ່ານ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ກ່ຽວ​ກັບ​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ມີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​​ໃນການ​ເດີ​ນທະ​ເລ​ຢູ່​ພາກ​ພື້ນ, ພ້ອມ​ທັງ​ເນັ້ນ​ໜັກ​ແກ້​ໄຂ​ການ​ພິພາດ​ກັນ​​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດ​ໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາ​ດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (ຫຼື UNCLOS) ​ແລະ ຈິດໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC), ສ້າງ​ຂໍ້​ກ​ຳນົດກ່ຽວ​ກັບ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC) ​ໂດ​ຍ​ໄວ ​ເພື່ອ​ແນ​ໃສ່​ຮັບປະກັນ​ ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ