ກອງປະຊຸມລັດຖະມົນຕີການຕ່າງປະເທດເຢຍລະມັນ,ຝລັ່ງ,ລັດເຊຍແລະຢູແກຼນຢູ່Berlin

ກອງປະຊຸມລັດຖະມົນຕີການຕ່າງປະເທດເຢຍລະມັນ,ຝລັ່ງ,ລັດເຊຍແລະຢູແກຼນຢູ່Berlin - ảnh 1
ກອງປະຊຸມລັດຖະມົນຕີການຕ່າງປະເທດ
ເຢຍລະມັນ,ຝລັ່ງ,ລັດເຊຍແລະຢູແກຼນຢູ່Berlin
(ພາບປະກອບ)


(vovworld) – ວັນ​ທີ 12/09, ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ, ຝລັ່ງ, ລັດ​ເຊ​ຍ ​ ແລະ​ ຢູ​ແກຼນ ​ໄດ້​ຈັດ​ກອງປະຊຸມ​ຢູ່ Berlin, ປະ​ເທດ​ເຢຍລະ​ມັນ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ພາກ​ຕາ​ເວັນ​ອອກຢູ​ແກຼນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ​ເຢຍລະ​ມັນ Frank Walter Steinmeier ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​​ແມ່ນ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຄາ​ດ​ໝາຍລະຫວ່າງ​ລັດ​ເຊຍ ​ແລະ ຢູ​ແກຼນ ຮ່ວມ​ມື​ເພື່ອ​ຮັບປະກັນ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່ຍາວ, ປະຕິບັດ​ບັນດາ​ຂໍ້​ມາດຕາ​ໃນ​ຂໍ​້ຕົກລົງ​ສັນ​ຕິ​ພາບ​ຄື: ຖອນ​ອາ​ວຸດ, ຊ່ວຍ​ບັນດາ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ສຳ​ພັດ​ບັນດາ​ສະຖານ​ທີ່​ເພື່ອ​ສຳ​ຫຼວດກວດກາ​ສະພາບ​ການ. ກອງ​ປະຊຸມຄັ້ງ​ນີ້​ກໍ​ເພື່​ອ​ແນ​ໃສ່​ກະກຽ​ມ​ໃຫ້​ການ​ພົບປະ​ຄັ້ງ​ສຸດ​ຍອດ 4 ຝ່າຍ ຢູ່​ປາຣີ ​ໃນ​ຕົ້ນ​ເດືອນ 10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ