ກອງປະຊຸມລັດຖະມົນຕີການເງິນAPEC

ກອງປະຊຸມລັດຖະມົນຕີການເງິນAPEC - ảnh 1

​ເກາະ Cebu ຂອງ​ປະ​ເທດ ຟີ​ລິບ​ປິນ (ພາບ: suitcasestories.com)

(vovworld) - ​ ກອງ​ປະຊຸມ​ລັດຖະມົນຕີ​​​ການ​ເງິນ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ​ໄຂ​ຂຶ້ນ​ໃນ​ວັນ​ທີ 10/9 ຢູ່​ເກາະ Cebu ຂອງ​ປະ​ເທດ ຟີ​ລິບ​ປິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ຟິລີບ​ປິນ Roberto Tan ຖື​ວ່າ: ບັນດາ​ປະ​ເທດ ອາຊີ - ປາຊີ​ຟິກ ຕ້ອງ​ສົມທົບ​ກັບບັນດາ​ຕະຫລາດ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ແນ​ໃສ່​ຊຸກຍູ້​ດ້ານການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ລັດຖະມົນຕີ Roberto Tan ຮຽກຮ້ອງ​ດຳ​ເນີນ​ການ​ປະຕິ​ຮູບ​ດ້ານ​ການ​ເງິນ ​ເພື່ອ​ແນໃສ່ຮັບປະກັນ​ນະ​ໂຍບາຍ ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ກ່ວາ​ເກົ່າ, ພ້ອມ​ທັງ, ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​​ການ​ພົວພັນ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ​ໃນ​ການ​ສະໜອງ​ທຶນ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ພາດ​ພື້ນ. ກອງ​ປະຊຸມ APEC ປີ​ນີ້ ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ລະດັບ​ເຕີບ​ໂຕ​ຂອງຈີນ, ​ເຊິ່ງ​ແມ່ນພື້ນຖານ​ເສດຖະກິດ​ໃຫຍ່ອັນ​ດັບ 2 ​ຂອງ​ໂລກພວມ​ຊັກ​ຊ້າ​ໄວ້ ​​ແລະ​ ບັນ​ດາ​ການ​ຜັນ​ແປ​ຫວ່າງ​ແລ້ວ​ນີ້​ ໃນ​ຕະຫລາດ​ການ​ເງິນ​ທົ່ວ​ໂລກ, ພາຍຫລັງ​ທີ່ຈີນ​​ດັບ​ປັບ​ອັດຕາ​ແລກປ່ຽນ​ເງິນ​ຢວນ.

ຂ່າວ/ບົດ​ອື່ນ