ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ+3 ແລະ EAS ຊຸກຍູ້ການຮ່ວມມື, ເຊື່ອມຕໍ່ພາກພື້ນ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ+3 ແລະ EAS ຊຸກຍູ້ການຮ່ວມມື, ເຊື່ອມຕໍ່ພາກພື້ນ - ảnh 1
​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ EAS ຄັ້ງ​ທີ 5
(ພາບ: THX/TTXVN)


​​(vovworld) - ວັນ​ທີ 06/08, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ ອາ​ຊຽນ 48 ​ແລະ ບັນດາ​ກອງ​ປະຊຸ​ມທີ່​ກ່ຽວຂ້ອງ. ​ທີ່​ນະຄອນຫຼວງກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ +3 (​ເຊິ່ງລວມມີ: ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ), ກອງ​ປະຊຸມ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີຕາ​ເວັນ​ອອກ​ຄັ້ງ​ທີ 5 (EAS FMM 5). ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ດັ່ງກ່າວ.

        ທີ່​ກອງ​ປະຊຸມ​ອາ​ຊຽນ +3, ບັນດາ​ລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ອາ​ຊຽນ +3 ​ແມ່ນ​ຂອບ​ເຂດ​ຕົ້ນ​ຕໍ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ຄາດໝາຍ​ຍາວນານ​ແມ່ນ ​ກໍ່ສ້າງ​ປະຊາ​ຄົນ​ອາຊີ​ຕາ​ເວັນ​ອອກ; ​ເຫັນ​ດີ​​ສືບ​ຕໍ່​ຜັນ​ຂະຫຍາຍ​​ແຜນການ​ປະຕິບັດ​ງານ​ອາ​ຊຽນ+3 ​ໄລຍະ 2013 – 2017, ກໍ​ຄືຂໍ້​ສະ​ເໜີ​ແນະຂອງ​ກຸ່ມ​ວິ​ໄສ​ທັດ​ອາຊີ​ຕາ​ເວັນ​ອອກ 2, ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ການ​ເງິນ, ທ່ອງ​ທ່ຽວ, ການ​ສຶກສາ, ສິ່ງ​ແວດ​ລ້ອມ…

        ທີ່​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ EAS ຄັ້ງ​ທີ 5, ​ເຊິ່ງລວມມີ 10 ປະ​ເທດ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ແມ່ນ: ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອົດສຕາ​ລີ, ອິນ​ເດຍ, ນິວຊີ​​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ບັນດາ​ລັດຖະມົນຕີ​ໄດ້​ຢືນຢັນວ່າ ກອງ​ປະຊຸມ​ຍຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແມ່ນ​​ເວທີ​ປາ​ໄສ​ຂອງ​ບັນດາ​ການ​ນຳ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ຍຸດທະ​ສາດ, ກ່ຽວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ ແລະ ພັດທະນາ​ຢູ່​ພາກ​ພື້ນ. ​ຕາມ​ນັ້ນ​ແລ້ວ, ບັນດາ​ລັດຖະມົນຕີ​ໄດ້​ເປັນ​ເອກະ​ພາບກັນ​ເພີ່ມ​ທະວີ EAS, ​ໃນ​ນັ້ນ​ຕ້ອງ​ມ​ີກົນ​ໄກ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ການ​ນຳ​ຂັ້ນ​ສູງ. ບັນ​ດາ​ລັດຖະມົນຕີ​ກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ເຊື່ອ​ມຕໍ່ ​ແລະ ​ເຊື່ອມ​ຕໍ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​​​ເຈ​ລະ​ຈາ​ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​​ໃຫ້​ສຳ​ເລັດໂດຍ​ໄວ; ສືບ​ຕໍ່ຍູ້​ແຮງ​ການ​ຮ່ວມ​ມື​ໃນ 6 ຂົງ​ເຂດ​ບຸລິມະສິດ​ແມ່ນ​: ພະລັງງານ, ການ​ສຶກສາ, ການ​ເງິນ, ສາທາ​ລະນະ​ສຸກ, ສິ່ງ​ແວດ​ລ້ອມ ​ແລະ ​ເຊື່ອມ​ຕໍ່​ອາ​ຊຽນ… ບັນດາ​ລັດຖະມົນຕີ​​ເຫັນ​ດີນຳ​ກັນ​ວ່າ ​ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງວັນ EAS ທີ່​ກອງປະຊຸມ​ສຸ​ດຍອດ​ອາຊີ​ຕາ​ເວັນ​ອອກ ຄັ້ງ​ທີ 10 ​ເຊິ່ງຈະ​ດຳ​ເນີນ​ໄປ​ຢູ່​ກົວ​ລາ​ລ​ຳ​ເປີ ​ໃນ​ເດືອນ 11/2015. ພິທີ​ອັດ​ກອງ​ປະຊຸມ AMM 48 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​​ຖືກດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ