ກອງປະຊຸມລັດຖະມົນຕີເຈລະຈາຮ່ວມມືອາຊີ(ACD)ຄັ້ງທີ14

ກອງປະຊຸມລັດຖະມົນຕີເຈລະຈາຮ່ວມມືອາຊີ(ACD)ຄັ້ງທີ14 - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ໄທ ປາຣາຣຸດ ຈັນ​ໂອ​ຈາ
(ພາບ: posttoday)

(vovworld) - ​ ​ ກອງ​ປະຊຸມ​ລັດຖະມົນຕີ​ເຈລະຈາ​ຮ່ວມ​ມື ອາຊີ (ACD) ຄັງ​ທີ 14 ດຳ​ເນີນ​ໃນ​ວັນ​ທີ 10/03 ຢູ່​ນະຄອນຫລວງ ບັງ​ກອກ, ​ໄທ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປາຣາຣຸດ ຈັນ​ໂອ​ຈາ, ບັນດາ​ລັດຖະມົນຕີ ​ແລະ ຫົວໜ້າ​ຄະນະພົວພັນ​ຕ່າງປະ​ເທດ​ຂອງ 34 ປະ​ເທດ ອາຊີ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ດັ້ງ​ດີງກີ໋ວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ນຳໜ້​າເຂົ້າ​ຮ່ວມ​ກອງ​ປະຊຸມ.

        ດ້ວຍ​ຫົວ​ຂໍ້ “ACD - ​ເສັ້ນທາງ​ຕໍ່ໜ້າ”, ກອງ​ປະຊຸມ​ເນັ້ນ​ໜັກວ່າ ACD ຄວນ​ຮັກສາ​ບັນດາຄຸນຄ່າ​ແກ່ນສານ ​ແລະ ​ເພີ່ມ​ເຕີມ​ໃຫ້​ບັນດາ​ກົນ​ໄກຮ່ວມ​ມື​​ໃນພາກ​ພື້ນ ​ແລະ ອະນຸ​ພາກ​ພື້ນທີ່​ມີ​ຢູ່​ແລ້ວ; ວາງ​ອອກ​ວິ​ໄສ​ທັດ ​ແລະ ກຳນົດ​ທິດ​ພັດທະນາ​ໄລຍະ​ຍາວ​ຂອງ ACD ກໍ່​ຄື​ບັນດາ​ມາດ​ຕະການ​ຍົກ​ສູງບົດບາດ ​ແລະ ​ປະສິດທິ​ຜົນ​ຂອງ​ຂອບ​ເຂດການ​ຮ່ວມ​ມື​ນີ້. ທີ່​ກອງ​ປະຊຸມ​, ບັນດາ​ຫົວໜ້າ​ຄະນະ​ເຫັນ​ດີ​ເປັນເອກະສັນພ້ອມ​ກັນ​ສ້າງ​ວິ​ໄສ​ທັດ ACD ກ່ຽວ​ກັບ​ການ​ຮ່ວມ​ມື ອາຊີ ​ເຖິງ​ປີ 2030, ​ໃນ​ນັ້ນ ​ເຮັດ​ໃຫ້ວິວັດທະນາ​ການ​ເຊື່ອມ​ຕໍ່​ພາກ​ພື້ນ ACD ​​ເລິກ​ເຊິ່ງກ່ວາ​ອີກ ​ເພື່ອ​ແນ​ໃສ່​ຊຸກຍູ້​ການເຊື່ອມ​ຕໍ່​ໂຄງ​ລ່າງຮາດ​ແວ​ ແລະ ຊອບແວ, ​ເສີມ​ຂະຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ບົດ​ບາດ​ເປັນ​ໃຈກາງ​ຂອງ ອາຊີ ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ບັນດາ​ຫົວໜ້າ​ຄະນະ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ກວດກາ ​ແລະ ​ສ້າງໂຄງ​ປະກອບ​ຄືນ​ໃໝ່ 20 ຂົງ​ເຂດ​ຮ່ວມ​ມື​ຂອງ ACD ຄື​​ໃນປະຈຸ​ບັນ​​ໃຫ້ກາຍ​ເປັນ 6 ​ເສົ້າ​ຄ້ຳ: ​ເຊື່ອມ​ຕໍ່; ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ປ່ຽນ​ໃໝ່​ຂໍ້​ລິ​ເລີມ; ການສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ; ສາຍ​ພົວພັນ​ລະຫວ່າງຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ພະລັງງານ ​ແລະ ​ແຫຼ່ງນ້ຳ; ວັດທະນະທຳ ​ແລະ ການທ່ອງທ່ຽວ; ຊຸ​ກຍູ້​ວິທີ​ສຳຜັດ​ສຳລັບ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ຮອບດ້ານ​.

ຂ່າວ/ບົດ​ອື່ນ