ກອງປະຊຸມລັດຖະມົນຕີເສດຖະກິດຈະປຶກສາຫາລືຫຼາຍບັນຫາສຳຄັນຢູ່ AEM 48

ກອງປະຊຸມລັດຖະມົນຕີເສດຖະກິດຈະປຶກສາຫາລືຫຼາຍບັນຫາສຳຄັນຢູ່ AEM 48 - ảnh 1
ການ​ປະຊຸມ​ຂ່າວ​ປະກາດ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​
ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48

(vovworld) - ຕອນ​ບ່າຍ​ວັນ​ທີ 31/7, ຢູ່​ນະຄອນຫຼວງ ວຽງ​ຈັນ ​ແຫ່ງ ສປປ ລາວ ດຳ​ເນີນ​ການ​ປະຊຸມ​ຂ່າວ​ປະກາດ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ. ທີ່​ການ​ປະຊຸມ​ຂ່າວ, ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ ການ​ຄ້າ​ ລາວ, ​ໃຫ້​ຮູ້​ວ່າ, ​ແຕ່​ວັນ​ທີ 1-6/8, ຢູ່​ນະຄອນຫຼວງ ວຽງ​ຈັນ ຈະ​ດຳ​ເນີນ​ ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 (AEM); ກອງ​ປະຊຸມ​ສະພາ​ການ​ຄ້າ​ເສລີ​ພາກ​ພື້ນ AFTA ຄັ້ງ​ທີ 30; ກອງ​ປະຊຸມ​ສະພາ​ລົງທຶນ​ ອາ​ຊຽນຄັ້ງ​ທີ 19 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ. ວັນ​ທີ 5/8 ຈະ​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ຄັ້ງ​ທີ 4 ​ແລະ ວັນ​ທີ 6/8 ຈະ​ດຳ​ເນີນ​ກອງ​ປະຊຸມ​ ລັດຖະມົນຕີ​ ເສດຖະກິດ ບັນດາ​ປະ​ເທດ ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ. ກອງ​ປະຊຸມ​ລັດຖະມົນຕີ​ ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3/8; ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ​ສີ​ສຸ​ລິດ ​ຈະເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ ​ເນື່ອງ​ໃນ​ໂອກາດ​ນີ້. ​ເຈົ້າ​ໜ້າ​ທີ່​ເສດຖະກິດ​ບັນດາ​ປະ​ເທດ​ ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື 590 ທ່ານ, ​ໄດ້​ຈົດ​ຊື່​ເຂົ້າ​ຮ່ວມ 22 ກອງ​ປະຊຸມ​ຢູ່​ນະຄອນຫຼວງ ວຽງ​ຈັນ.

ຂ່າວ/ບົດ​ອື່ນ