ກອງປະຊຸມລະດັບຊາດກ່ຽວກັບເອເລັກໂຕນິກ, ສືສານ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ

(VOVWORLD) -ທີ່ເວທີປາໄສ, ບັນດານັກປະຖະກະຖາ ໄດ້ແລກປ່ຽນຂໍ້ມູນກ່ຽວກັບລະບົບເຄື່ອງອຸປະກອນອິນເຕີແນັດສັບປະສົ່ງ (IoT), ລະບົບຊີວະພາບໄຟຟ້າອັດສະລິຍະໃນທ່າອ່ຽງຫັນເປັນດີຈີຕອນ, ນຳໃຊ້ປັນຍາປະດິດ…

ກອງປະຊຸມໂດຍສະມາຄົມວິທະຍຸເອເລັກໂຕນິກ ຫວຽດນາມ (REV) ຈັດຂຶ້ນໃນຕອນບ່າຍວັນທີ 17 ທັນວາ, ຢູ່ຮ່າໂນ້ຍ. ເວທີປາໄສຂອງກອງປະຊຸມປີນີ້ໄດ້ສຸມໃສ່ຫົວຂໍ້ “ພື້ນຖານໂຄງລ່າງດີຈີຕອນ - ກຸນແຈເພີ່ມລະດັບຫັນເປັນດີຈີຕອນຢູ່ ຫວຽດນາມ”.

ທີ່ເວທີປາໄສ, ບັນດານັກປະຖະກະຖາ ໄດ້ແລກປ່ຽນຂໍ້ມູນກ່ຽວກັບລະບົບເຄື່ອງອຸປະກອນອິນເຕີແນັດສັບປະສົ່ງ (IoT), ລະບົບຊີວະພາບໄຟຟ້າອັດສະລິຍະໃນທ່າອ່ຽງຫັນເປັນດີຈີຕອນ, ນຳໃຊ້ປັນຍາປະດິດ…

ທ່ານ ເຈິ່ນດຶກລາບ, ປະທານສະມາຄົມວິທະຍຸເອເລັກໂຕນິກ ຫວຽດນາມ ໃຫ້ຮູ້ວ່າ, ກອງປະຊຸມ REV-ECIT 2022 ໄດ້ຮັບ 130 ບົດລາຍງານ ແລະ ກິດຈະກຳວິທະຍາສາດຂອງຜູ້ຂຽນກວ່າ 400 ຄົນມາຈາກ 11  ປະເທດ, ເຕື້ອງເຖິງບັນດາບັນຫາຕົ້ນຕໍຂອງຂົງເຂດເອເລັກໂຕນິກສື່ສານ. ຄະນະຈັດຕັ້ງໄດ້ຄັດເລືອກ 79 ກິດຈະກຳວິທະຍາສາດດີເດັ່ນເພື່ອຈົດທະບຽນລົງພິມໃນປື້ມບັນທຶກກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ