ກອງປະຊຸມລະຫວ່າງ ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນ ປະເທດຫວຽດນາມ

ກອງປະຊຸມລະຫວ່າງ ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນ ປະເທດຫວຽດນາມ - ảnh 1

(ພາບ:ktv.org.vn)

(vovworld)- ວັນ​ທີ 5/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດສົມທົບ​ກັບກະຊວງ​ປ້ອງ​ກັນ​ປະ​ເທດຈັດ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າ​ນອິນ​ເຕີ​ເນັດ​ກ່ຽວ​ກັບ​ການ​ປະຕິ​ບັດໜ້າທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ 6 ​ເດືອນ​ຕົ້ນປີ 2013. ​ໃນ​ລ​ໄຍະ​ຜ່ານ​ມາ,  ກຳລັງ​ຕຳຫຼວດ ​ແລະ ທະຫານ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ປະຕິບັດຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ຂໍ້​ກຳນົດ​ສົມທົບ​ກັນຢ່າງ​ມີ​ປະສິດທິ​ຜົນ, ຮັກສາ​ອະທິປະ​ໄຕ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຮັກສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃຫ້ໝັ້ນຄົງ. ນະ​ທີ່​ນີ້, ທ່ານ​ໂດ໋ບາ​ຕິ ຫົວໜ້າ​ເສນາ​ທິການ​​ໃຫ່ຍກອງທັບ ປຊຊ ຫວຽດນາມ, ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ປາດ​ຖະໜາ​ວ່າ, ກຳລັງ​ທະຫານ-​ຕະຫລວດ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ວິທີ​ການ, ​ແຜນການ​ເປັນ​ຢ່າງ​ດີ, ຕໍ່ສູ້​ຕ້ານ​ບັນດາ​ກົ​ນ​ອຸບາຍຕ້ານ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ພວກ​ອາດຊະຍາ​ກຳ, ຮັກສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​.

ຂ່າວ/ບົດ​ອື່ນ