ກອງປະຊຸມວົງແຄບປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນຫວຽດນາມ-ລາວ


ກອງປະຊຸມວົງແຄບປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນຫວຽດນາມ-ລາວ - ảnh 1
ເສົາຫຼັກ​ໝາຍ 597 ໃນ​ລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດ​ນາມ-ລາວ
(vovworld)- ໃນ 2 ວັນ​ຄື ວັນ​ທີ 1 ແລະ ທີ 2/3, ຢູ່​ຮ່າ​ໂນ້ຍ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ວົງ​ແຄບ​ລະ​ຫວ່າງ 2 ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ປັກຫຼັກ​ໝາຍ​ຊາຍ​ແດນ​ຫວຽດ​ນາມ-ລາວ. 2 ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ 2 ປະ​ເທດ​ທີ່​ໄດ້​ປະ​ຕິ​ບັດ​ໂຄງ​ການ​ປັກຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບຫຼັກ​ໝາຍ​ແຫ່ງ​ຊາດ​ຫວຽດ​ນາມ-ລາວ​ຕາມ​ແຜນ​ການ. ໂຄງ​ການນີ້​ໄດ້​ເປັນ​ການ​ປະ​ກອບ​ສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ-ລາວ ມີ​ສະ​ຖຽນ​ລະ​ພາບ, ຈະ​ແຈ້ງ. 2 ຝ່າຍ​ເຫັນ​ດີ​ນຳ​ສະ​ເໜີ​ລັດ​ຖະ​ບານ 2 ປະ​ເທດ​ຈົ່ງ​ຈັດ​ຕັ້ງ​ພິ​ທີ​ສະຫຼຸບ​ຄວາມ​ສຳ​ເລັດໂຄງ​ການ​ປັກຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບຫຼັກ​ໝາຍ​ແຫ່ງ​ຊາດ​ຫວຽດ​ນາມ-ລາວ ແລະ ລົງ​ນາມ​ໃນ​ເອ​ກະ​ສານ 2 ສະ​ບັບ​ເຊັ່ນ: ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ຊາຍ​ແດນ ແລະ ຫຼັກ​ໝາຍ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແລະ ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ຄຸ້ມ​ຄອງຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​ທາງ​ບົກ ຫວຽດ​ນາມ-ລາວ. 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ເນື້ອ​ໃນ, ແຜນ​ການ,ແຜນ​ງານ​ຄຸ້ມ​ຄອງ​ຊາຍ​ແດນ​ປີ 2016 ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ​ຢ່າງ​ເສ​ລີ ແລະ ການ​ສົມ​ລົດ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ-ລາວ.     ວັນ​ທີ 2/3, 2 ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ປັກຫຼັກ​ໝາຍ​ຊາຍ​ແດນ​ຫວຽດ​ນາມ-ລາວໄດ້​ເຊັນ​ບັນ​ດາ​ເອ​ກະ​ສານເພີີ່ມ​ເຕີມ​ຄັດ​ຕິດ​ພ້ອມ ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ຊາຍ​ແດນ ແລະ ຫຼັກ​ໝາຍ​ແຫ່ງ​ຊາດ ຫວຽດ​ນາມ-ລາວ.
ຂ່າວ/ບົດ​ອື່ນ