ກອງປະຊຸມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ

(VOVWORLD) -ເຫດການໂດຍສະຖານທູດຫວຽດນາມ ປະຈຳລາວ ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດກວ່າ 100 ແຫ່ງ.
ກອງປະຊຸມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ - ảnh 1 (ກອງປະຊຸມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ)

ວັນທີ 22 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ຈັດກອງປະຊຸມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ປີ 2020. ເຫດການໂດຍສະຖານທູດຫວຽດນາມ ປະຈຳລາວ ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດກວ່າ 100 ແຫ່ງ.

        ທີ່ກອງປະຊຸມ, ບັນດາບົດປະກອບຄຳເຫັນປະກອບຂອງຜູ້ແທນທີ່ຕາງໜ້າໃຫ້ບັນດາວິສາຫະກິດໄດ້ຕີລາຄາສູງການໜູນຊ່ວຍຂອງລັດຖະບານລາວ ທີ່ສະຫງວນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນ, ດຳເນີນທຸລະກິດຢູ່ລາວ. ບັນດາວິສາຫະກິດຖືວ່າ, ເພື່ອໃຫ້ການຮ່ວມມືເໝາະສົມກັບສາຍພົວພັນລະຫວ່າງຫວຽດນາມ - ລາວ ນັ້ນ, ລັດຖະບານ 2 ປະເທດຄວນມີບັນດາການໜູນຊ່ວຍທາງດ້ານລະບຽບລະບອບການ, ນະໂຍບາຍຊ່ວຍໃຫ້ວິສາຫະກິດເຄື່ອນໄຫວໃຫ້ນັບມື້ນັບມີປະສິດທິຜົນກວ່າ, ຊ່ວຍໃຫ້ເສດຖະກິດລາວ ພັດທະນາ.

        ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າລາວ, ດ້ວຍໂຄງການລົງທຶນກວ່າ 400 ໂຄງການ ແລະ ຈຳນວນເງິນລົງທຶນປະມານ 4,2 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ