ກອງປະຊຸມວຽກງານໂຄສະນາການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຫວຽດນາມ

ກອງປະຊຸມວຽກງານໂຄສະນາການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຫວຽດນາມ - ảnh 1
ກອງ​ປະ​ຊຸມ​ຕີ​ລາ​ຄາ​ວຽກ​ງານ​ຖະ​ແຫລງ​ຂ່າວ​
photo:internet

(vovworld)- ຕອ​ນ​ເຊົ້າ​ວັນ​ທີ3/10, ທີ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ​ສື່​ສານ ສົມ​ທົບ​ກັບ​ຄະ​ນະ​ສຶກ​ສາ​ສູນ​ກາງ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ແລະ ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ວຽກ​ງານ​ຖະ​ແຫລງ​ຂ່າວ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດີງ​ເທ​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ​, ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ, ພາ​ລະ​ຫນ້າ​ທີ່​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃນວຽກ​ງານ​ຖະ​ແຫລງ​ຂ່າວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທ​ະ​ເລ​ໝູ່​ເກາະ​ໃນ​ໄລ​ຍະ​ຜ່ານ​ມາ.

        “ກອງ​ປະ​ຊຸມ​ຄັ້ງ​ນີ້ເພື່ອ​ສະ​ຫລຸບ​ບັນ​ດາ​ວຽກ​ງານ​ຖະ​ແຫລງ​ຂ່າວ​ທາງ​ສື່ມວນ​ຊົນ ເພື່ອ​ປະ​ກອບ​ສ່ວນ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ. ຂ້າ​ພະ​ເຈົ້າ​ຊົມ​ເຊີຍ ບັນ​ດາ​ນັກ​ຂ່າວ ໄດ້​ພ້ອມ​ກັບ​ກຳ​ລັງ​ຕຳ​ຫລວດ​ທະ​ເລ, ກຳ​ລັງ​ກວດ​ກາ​ການ​ປະ​ມົງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຕໍ່ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ໃນ​ຊຸມມື້ທີ່ ​ຈີນ​ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄລ່​ທະ​ວີບ​ຂອງ​ຫວຽດ​ນາມ.”

        ເນື່ອງ​ໃນ​ໂອ​ກາດນີ້ ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ໄດ້ມອບ​ໃບ​ຍ້ອງ​ຍ​ໍ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສື່ມວນ​ຊົນ ແລະ ນັກ​ຂ່າວ ມີ​ຜົນ​ງານ​ຫລາຍ​ຢ່າງ​ໃນ​​ວຽກງານ​ໂຄ​ສະ​ນາການຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ