ກອງປະຊຸມສົ່ງເສີີມການລົງທຶນດ້ານການເງິນຫວຽດນາມ ດຶງດູດຄວາມສົນໃຈພິເສດຂອງບັນດານັກລົງທຶນຕ່າງປະເທດຢູ່ ລອນດອນ

(VOVWORLD) -ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ດິງຕ໊ຽນຢຸງ ເປັນປະທານ ໄດ້ຈັດຂຶ້ນໃນວັນທີ 04 ກໍລະກົດ ຢູ່ເຂດສູນກາງການເງິນລອນດອນ ໄດ້ດຶງດູດຄວາມສົນໃຈພິເສດຂອງບັນດານັກລົງທຶນຕ່າງປະເທດ ຢູ່ ລອນດອນ.

ກອງປະຊຸມສົ່ງເສີີມການລົງທຶນດ້ານການເງິນຫວຽດນາມ ດຶງດູດຄວາມສົນໃຈພິເສດຂອງບັນດານັກລົງທຶນຕ່າງປະເທດຢູ່ ລອນດອນ - ảnh 1ກອງປະຊຸມສົ່ງເສີີມການລົງທຶນດ້ານການເງິນຫວຽດນາມ (ພາບ: TTXVN)

 ກ່າວຄໍາເຫັນຕໍ່ໜ້ານັກລົງທຶນຕ່າງປະເທດກວ່າ 200 ຄົນ, ທ່ານລັດຖະມົນຕີກະຊວງການເງິນ ດິງຕ໊ຽນຢຸງ ຢັ້ງຢືນວ່າ ອັງກິດ ແມ່ນຄູ່ຮ່ວມມືເສດຖະກິດສໍາຄັນຂອງຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສໍາຄັນຂອງ ອັງກິດຢູ່ ພາກພື້ນ ອາຊີຕາເວັນຕົກສ່ຽງໃຕ້. ທ່ານ ດິງຕ໊ຽນຢຸງ ແນະນໍາໃຫ້ຮູ້ວ່າ ຫວຽດນາມ ມີລະດັບການເຕີບໂຕເສດຖະກິດຢ່າງແຮງ ແລະ ພື້ນຖານການເມືອງເປັນປົກກະຕິ, ມີການປະຕິຮູບນະໂຍບາຍ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນລັດວິສາຫະກິດເປັນຫຸ້ນສ່່ວນ ແລະ ພັດທະນາຕະຫຼາດຫຼັກຊັບຫວຽດນາມ ໃຫ້ຍືນຍົງ. ລັດຖະບານຫວຽດນາມ ປັງປຸງ, ເພີ່ມເຕີມບັນດາກົນໄກ, ນະໂຍບາຍຊຸກຍູ້ປ່ຽນແປງໃໝ່ຂົງເຂດລັດວິສາຫະກິດຢ່າງບໍ່ຢຸດຢັ້ງ, ໃນນັ້ນ ມີກົນໄກກ່ຽວກັບການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະຖອນທຶນລັດຢູ່ບັນດາວິສາຫະກິດ ໄດ້ຮັບການເອົາໃຈໃສ່ເປັນພິເສດ ຮັບປະກັນຫຼັກການຖືກຕ້ອງຕາມກົດໝາຍ, ຕາມການຕະຫຼາດ ແລະ ເປີດເຜີຍ, ໂປ່ງໃສ, ຈະແຈ້ງ.

        ທີ່ກອງປະຊຸມ, ບັນດານັກລົງທຶນ ໄດ້ຮັບຟັງການແນະນໍາ ແລະ ການຖາມຕອບກ່ຽວກັບນະໂຍບາຍໃຫ້ຕະຫຼາດທຶນຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ