ກອງປະຊຸມສຸດຍອດ CLMV 7

ກອງປະຊຸມສຸດຍອດ CLMV 7 - ảnh 1

(ທ່ານ​ຫງວຽນ​ເຕິ​ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນຫວຽດນາມ
ໄດ້​​ໄປ​ຮອດ​ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ)

(vovworld)- ຕອນ​ບ່າຍ​ວັນ​ທີ 22/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້​ຢຸງ ພ້ອມ​ກັບ​ປະ​ທາ​ນາ​ທິ​ບໍ​ດີມຽນ​ມ​າ Thein sein, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ຮຸນ​ແຊນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ສິງ​ທຳ​ມະ​ວົງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລືອງ​ມິນ ໄດ້​ເຂົ້າຮ່ວມກອງ​ປະຊຸມສຸດ​ຍອດ​ຮ່ວມ​ມື ກຳປູ​ເຈຍ-​ລາວ-​ມຽນມາ-​ຫວຽດນາມ ຄັ້ງ​ທີ 7(CLMV). ໃນ​ບົດ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ,    ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້​ຢຸງ ເນັ້ນ​ໜັກ​ວ່າ :

   “ ຫັນ​ປ່ຽນ​ບັນ​ດາ​ແລວ​ຄົມ​ມະ​ນາ​ຄົມ​ເປັນ​ແລວ​ເສດ​ຖະ​ກິດ​ໂດຍ​ໄວ ຜ່ານ​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຄົມ​ມະ​ນາ​ຄົມ ແລະ ການ​ຄ້າ​ຜ່ານ​ຊາຍ​ແດນ. ປະ​ຕິ​ບັດ​ສັນ​ຍາ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ ສິນ​ຄ້າ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່ນ້ຳ​ຂອງເປີດ​ກ້​ວາງ ແລະ ບັນ​ດາ​ຂ​ໍ້​ຕົກ​ລົງ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ທີ່​ກ່ຽວ​ຂ້ອງ. ຍູ້​ໄວ​ການ​ປະ​ຕິ​ບັດ​ກົນ​ໄກ​ປະ​ຕູ​ດຽວ ແລະ ຂ້າມ​ດ່ານ​ພາ​ສີ​ອາ​ຊຽນ. ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການບັນ​ດາ​ວິ​ສາ​ຫະ​ກິດ CLMV ເຂົ້າ​ຮ່ວ​ມ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃນ​ພາກ​ພື້ນ”

ກອງ​ປະຊຸມສຸດ​ຍອດ​ຮ່ວມ​ມື ກຳປູ​ເຈຍ-​ລາວ-​ມຽນມາ-​ຫວຽດນາມ ຄັ້ງ​ທີ 7 ໄດ້​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ໂຄງ​ການ​ເຄື່ອນ​ໄຫວ​ໃນ​ຂົງເຂດ​ເສດ​ຖະ​ກິດ-ການ​ຄ້າ ແລະ ການ​ລົງ​ທຶນ​ໂດຍ​ຜ່ານ​ບັນ​ດາ​ສັນ​ຍາ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ເປີດ​ກ້​ວາງການ​ປະ​ຕິ​ບັດ​ຮູບ​ແບບປະ​ຕູ​ດຽວ, ປອງ​ດຽວ​ຢູ່​ຕາມ​ດ່ານ​ຊາຍ​ແດນ​ສາ​ກົນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ກໍ່​ສ້າງ​ອະ​ນຸ​ພາກ​ພື້ນ ກຳປູ​ເຈຍ-​ລາວ-​ມຽນມາ-​ຫວຽດນາມ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

     ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ​ຮ່ວມ​ມື ກຳປູ​ເຈຍ-​ລາວ-​ມຽນມາ-​ຫວຽດນາມ ຄັ້ງ​ທີ 77 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ ​ເອຢາ​ວາ​ດີ-​ເຈົ້າ​ພະຍາ-​ແມ່​ຂອງ ຄັ້ງ​ທີ 6 , ຕອນ​ບ່າຍ​ວັນ​ທີ 22/6 , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້​ຢຸງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີມຽນ​ມ​າ Thein sein. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້​ຢຸງ ແລະ ​ປະ​ທາ​ນາ​ທິ​ບໍ​ດີມຽນ​ມ​າ Thein sein ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນ 12 ຂົງ​ເຂດ​ບຸ​ລິ​ມະ​ສິດ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ ຂຶ້ນ​ເຖິງ 500 ລ້ານ USD ໃນ​ປີ 2015.

   

 


ຂ່າວ/ບົດ​ອື່ນ