ກອງປະຊຸມສຸດຍອດ NATO ຍາກທີ່ຫາໄດ້ ສຽງເວົ້າລວມ

ກອງປະຊຸມສຸດຍອດ NATO ຍາກທີ່ຫາໄດ້ ສຽງເວົ້າລວມ - ảnh 1
( ກອງ​ປະຊຸມ​ສຸດ​ຍອດກຸ່ມ NATO )

( vovworld ) -   ວັນ​ທີ 20/5, ກອງ​ປະຊຸມ​ສຸດ​ຍອດກຸ່ມ NATO ​ຖືກ​ໄຂ​ຂຶ້ນ​ຢູ່ Chicago ( ອາ​ເມ​ລິ​ກາ ), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 50 ປະ​ເທດ, ​ເຊິ່ງລວມທັງ​ສະມາຊິກ ​ແລະ ​ແຂກ​ຖືກ​ເຊີນ.​ ຄາດ​ຄະ​ເນ​ວ່າກອງ​ປະ​ຊຸມ​ຍາກ​ທີ່​ຫາ​ໄດ້​ສຽງ​ເວົ້າ​ລວມ. ​ຕາມ​ຜູ້​ຊ່ຽວຊານ​ດ້ານ​ການ​ທະຫານ, ບັນຫາ​ສຳຄັນ​ທີ່​ສຸດ​ໃນ​​ໂຄງການ​ດຳ​ເນີນ​ງານ​ຂອງກອງ​ປະຊຸມ NATO ​ແມ່ນ​ສະພາບ​ການ​ຢູ່​ອາບ​ກາ​ນິສະຖານ, ບອນ​ທີ່ NATO ຕັດສິນ​ຖອນ​ກຳ​ລັງທະຫານ​ສູ້​ຮົບ​ລວມມີ 130.000 ຄົນ​ໃນ​ປີ 2014. ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ທະຫານ​ໄດ້​ກ່າວ​ເຕື່ອນກ່ອນ​ນັ້ນ​ວ່າ, ອາບ​ກາ​ນິດ​ສະ​ຖານ ຈະ​ຖືກ​ຫຼົ້ມ​ເຫຼວ​ຖ້າ​ຫາກ NATO ຖອນ​ທະຫານ, ​ເພາະວ່າ​ ປະຈຸ​ບັນລັດຖະບານ​ອາບ​ກາ​ນິດ​ສະຖານ ຍັງ​ບໍ່​ທັນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ. ​ເລື່ອງ NATO ຖອນ​ທະຫານ​ປະຈຸ​ບັນ​ອາດ​ເວົ້າ​ໄດ້​ວ່າ​ ຍ້ອນຄວາມດັນ​ຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ​ກໍ​ຄື​ເລື່ອງຫຼຸດຜ່ອນ​ລາຍຈ່າຍ​ດ້ານປ້ອງ​ກັນ​ປະ​ເທດ​ຢູ່​ບັນດາ​ປະ​ເທດ​ເອີ​ລົບ​ທີ່​ພວມ​ປະສົບ​ກັບ​ວິ​ກິດ​ການ​ດ້ານ​ເສດຖະກິດ.

ຂ່າວ/ບົດ​ອື່ນ