ກອງປະຊຸມສຸດຍອດ SCO: ບັນດາປະເທດລົງນາມໃນຖະແຫຼງການຮ່ວມ Samarkand

(VOVWORLD) - ຕາມຖະແຫຼງການຮ່ວມແລ້ວ, ບັນດາປະເທດ ສະມາຊິກ SCO ໄດ້ຮຽກຮ້ອງສ້າງຕະຫຼາດພະລັງງານສາກົນທີ່ໂປ່ງໃສ ແລະ ຫລຸດຜ່ອນບັນດາຮົ້ວກີດຂວາງການຄ້າປະຈຸບັນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ການນຳບັນດາປະເທດ SCO...
ກອງປະຊຸມສຸດຍອດ SCO: ບັນດາປະເທດລົງນາມໃນຖະແຫຼງການຮ່ວມ Samarkand - ảnh 1ການນຳບັນດາປະເທດສະມາຊິກຂອງອົງການຮ່ວມມືຊຽງໄຮ່ ຖ່າຍຮູບທີ່ລະນຶກ (ພາບ:AFP/TTXVN)


ວັນທີ 16 ກັນຍາ, ການນຳບັນດາປະເທດສະມາຊິກຂອງອົງການຮ່ວມມືຊຽງໄຮ່ (SCO) ໄດ້ລົງນາມ ແລະ ປະກາດຖະແຫຼງການຮ່ວມ Samarkand ຂອງສະພາປະມຸກລັດ SCO.

ຕາມຖະແຫຼງການຮ່ວມແລ້ວ, ບັນດາປະເທດ ສະມາຊິກ SCO ໄດ້ຮຽກຮ້ອງສ້າງຕະຫຼາດພະລັງງານສາກົນທີ່ໂປ່ງໃສ ແລະ ຫລຸດຜ່ອນບັນດາຮົ້ວກີດຂວາງການຄ້າປະຈຸບັນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ການນຳບັນດາປະເທດ SCO ກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງເຄົາລົບ ແລະ ຮັບປະກັນສິດຂອງທຸກໆປະເທດສຳລັບຄວາມໝັ້ນຄົງດ້ານພະລັງງານ ແລະ ສິດຂອງປະຊາຊົນໄດ້ນຳໃຊ້ບັນດາການບໍລິການຂອງຂະແໜງພະລັງງານ. ຖະແຫຼງການກໍ່ຮຽກຮ້ອງສ້າງຕັ້ງລະບົບຄຸ້ມຄອງແຫຼ່ງຊັບພະຍາກອນພະລັງງານທົ່ວໂລກຢ່າງຍຸຕິທຳ ແລະ ໜູນຊ່ວຍບັນດາປະເທດມີຄວາມຕ້ອງການ.

ກອງປະຊຸມຄັ້ງທີ 22 ຂອງສະພາປະມຸກລັດ SCO ກໍ່ໄດ້ຍົກອອກບັນດາຖະແຫຼງການກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ຄວາມໝັ້ນຄົງພະລັງງານສາກົນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັກສາລະບົບການສະໜອງປອດໄພ, ສະຖຽນລະພາບ ແລະ ຫຼາຍຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ