ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ຟະ​ລິ​ກາ ອອກ​ຖະ​ແຫຼງ​ການ​ຮ່ວມ​

(VOVWORLD) -  ວັນທີ 28 ກໍລະກົດ, ຢູ່ນະຄອນ Saint Peterburg, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ການນຳບັນດາປະເທດ ອາຟະລິກາ ໄດ້ຮັບຮອງເອົາຖະແຫຼງການສະບັບສຸດທ້າຍຂອງກອງປະຊຸມສຸດຍອດ ລັດເຊຍ - ອາຟະລິກາ ຄັ້ງທີ II ແລະ ແຜນການກະທຳລວມຂອງທັງສອງຝ່າຍຮອດປີ 2026.
ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ຟະ​ລິ​ກາ ອອກ​ຖະ​ແຫຼງ​ການ​ຮ່ວມ​ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ:TASS)

ຖະແຫຼງການຂອງກອງປະຊຸມກຳນົດວ່າ ສອງຝ່າຍຈະຈັດກອງປະຊຸມສຸດຍອດ 3 ປີ ຕໍ່ຄັ້ງ ແລະ ຈັດກອງປະຊຸມລັດຖະສະພາສາກົນ ປະຈຳປີ. ໃນຖະແຫຼງການໄດ້ຊົມເຊີຍຄວາມຕັດສິນໃຈຂອງ ລັດເຊຍ ທີ່ສືບຕໍ່ຊ່ວຍເຫຼືອບັນດາປະເທດ ອາຟະລິກາ ຄ້ຳປະກັນສະບຽງອາຫານ, ປຸ໋ຍ ແລະ ແຫຼ່ງພະລັງງານອື່ນໆ; ກໍຄືໃນການປະຕິບັດບັນດາໂຄງການຊຸກຍູ້ພັດທະນາສາກົນ. ນອກຈາກນັ້ນແລ້ວ, ສອງຝ່າຍກໍເຫັນດີເປັນເອກະພາບຫັນໄປນຳໃຊ້ສະກຸນເງິນຂອງຊາດໃນການທຸລະກຳການຄ້າ.

ສິ້ນສຸດກອງປະຊຸມສຸດຍອດ, ທ່ານປະທານສະຫະພາບ ອາຟະລິກາ (AU), Azali Assoumani ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະແດງທັດສະນະກັບບັນດາການນຳ ອາຟະລິກາ ຢ່າງຈະແຈ້ງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາກ່ຽວກັບບັນຫາ ຢູແກຼນ. AU ພ້ອມແລ້ວທີ່ຈະເປັນກາງໄກ່ເກ່ຍໃນການປະທະກັນລະຫວ່າງລັດເຊຍ - ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ