ກອງປະຊຸມສຸດຍອດ ລະຫວ່າງ ລັດເຊຍ - ສປປ.ເກົາຫຼີ: ການນໍາ Kim Jong-un ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມ ສປປ.ເກົາຫຼີ

(VOVWORLD) -ການນໍາ ສປປ.ເກົາຫຼີ ໄດ້ເຊື້ອເຊີນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin  ໄປຢ້ຽມຢາມ ສປປ.ເກົາຫຼີ ແລະ ທ່ານ Putin  ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”.

ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃນວັນທີ 25 ເມສາ ໄດ້ໃຫ້ຂ່າວວ່າ ທີ່ກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ສປປ.ເກົາຫຼີ ເຊິ່ງຈັດຂຶ້ນຢູ່ Vladivostok ຂຶ້ນກັບເຂດຕາເວັນອອກໄກຂອງ ລັດເຊຍ, ການນໍາ ສປປ.ເກົາຫຼີ ໄດ້ເຊື້ອເຊີນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin  ໄປຢ້ຽມຢາມ ສປປ.ເກົາຫຼີ ແລະ ທ່ານ Putin  ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”.

ທ່ານ Putin  ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ” ກອງປະຊຸມສຸດຍອດ ລະຫວ່າງ ລັດເຊຍ - ສປປ.ເກົາຫຼີ: ການນໍາ Kim Jong-un ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄປຢ້ຽມຢາມ ສປປ.ເກົາຫຼີ - ảnh 1

ການນໍາ ສປປ.ເກົາຫຼີ ໄດ້ເຊື້ອເຊີນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin  ໄປຢ້ຽມຢາມ ສປປ.ເກົາຫຼີ ແລະ ທ່ານ Putin  ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”. (ພາບ: Reuters)

ໃນຂະນະນັ້ນ, ເມື່ອເຕື້ອງເຖິງກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ສປປ.ເກົາຫຼີ, ທ່ານ  Konstantin Kosachev ປະທານກໍາມາທິການພົວພັນຕ່າງປະເທດ ຂຶ້ນກັບ ສະພາສູງ ລັດເຊຍ ຖືວ່າ ອາເມລິກາ ອາດຈະມີປະຕິກິລິຍາຫຍໍ້ທໍ້ ຕໍ່ໝາກຜົນຂອງການພົບປະລະຫວ່າງ ທ່ານປະທານາທິບໍດີລັດເຊຍ Vladimir Putin  ແລະ ການນໍາ Kim Jong-un. ຕາມທ່ານ Kosachev ແລ້ວ, ວໍຊິງຕັນ ຍາມໃດກໍຖືວ່າ ອາເມລິກາ ແມ່ນປະເທດໜຶ່ງດຽວທີ່ມີສິດແກ້ໄຂບັນດາການປະທະກັນສາກົນ, ສະນັ້ນ ຍາມໃດກໍມີປະຕິກິລິຍາຫຍໍ້ທໍ້ ແລະ ຊອກຫາວິທີກໍ່ຄວາມບໍ່ລົງລອຍກັນລະຫວ່າງບັນດາຝ່າຍເຈລະຈາ.

        ເຖິງຢ່າງໃນກໍຕາມ, ວັນທີ 25 ເມສາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືໃນຄວາມມານະພະຍາຍາມປອດນິວເຄຼຍຢູ່ແຫຼມເກົາຫຼີ.

        ໃນເຫດການທີ່ກ່ຽວຂ້ອງ, ພາຍຫຼັງ ການເຈລະຈາທີ່ແກ່ຍາວເປັນເວລາ 3 ຊົ່ວໂມງເຄິ່ງ ກັບການນໍາ Kim Jong –un ແຕ່ບໍ່ສາມາດອອກຖະແຫຼງການຮ່ວມ ຫຼື ລົງນາມໃນບັນດາເອກະສານຮ່ວມນັ້ນ, ທ່ານປະທານາທິບໍດີລັດເຊຍ Vladimir Putin  ໄດ້ຈັດຖະແຫຼງຂ່າວໃນເວລາສັ້ນ ກ່ຽວກັບໝາກຜົນຂອງການເຈລະຈາ. ທ່ານເນັ້ນໜັກວ່າ ກອງປະຊຸມເຈລະຈາລະຫວ່າງສອງຝ່າຍ ແມ່ນລະອຽດທີ່ສຸດ ແລະ ທ່ານກໍໄດ້ສະແດງຄວາມຄວາມເພິ່ງພໍໃຈຕໍ່ການເຈລະຈາ, ໃນນັ້ນ, ສອງຝ່າຍໄດ້ປຶກສາຫາລືຢ່າງເປີດອົກເປີດໃຈ ແລະ ກົງໄປກົງມາ ກ່ຽວກັບບັນດາບັນຫາຂອງແຜນການດໍາເນີນງານ ລວມທັງບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງສໍາເນົາເອກະສານປອດນິວເຄຼຍຂອງ ສປປ.ເກົາຫຼີ, ການພົວພັນລະຫວ່າງ ລັດເຊຍ - ສປປ.ເກົາຫຼີ; ການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ, ແຕ່ເນື້ອໃນຕົ້ນຕໍແມ່ນ ວິວັດທະນາການປອດນິວເຄຼຍຢູ່ແຫຼມເກົາຫຼີ ຢ່າງສິ້ນເຊີງ.

ຕອບກັບ

ຂ່າວ/ບົດ​ອື່ນ