ກອງປະຊຸມສຸດຍອດ ລະຫວ່າງອາເມລິກາ - ສປປ. ເກົາຫຼີ: ໂອກາດເພື່ອໂຄສະນາພາບພົດຂອງປະເທດ ຫວຽດນາມ.

(VOVWORLD) -ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ 2ແມ່ນໂອກາດທີ່ດີເພື່ອ ໃຫ້ ຫວຽດນາມ ໂຄສະນາພາບພົດຂອງປະເທດຊາດ ແລະ ບັນດາຜົນງານການພັດທະນາທີ່ ຫວຽດນາມ ບັນລຸໄດ້ໃນຫຼາຍດ້ານ.

ກອງປະຊຸມສຸດຍອດ ລະຫວ່າງອາເມລິກາ - ສປປ. ເກົາຫຼີ: ໂອກາດເພື່ອໂຄສະນາພາບພົດຂອງປະເທດ ຫວຽດນາມ. - ảnh 1ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ  ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ 2 ຢູ່ຮ່າໂນ້ຍ (ພາບ:Zing)

ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ 2 ຈະໄດ້ດຳເນີນຢູ່ ຮ່າໂນ້ຍ ຂອງ ຫວຽດນາມ ໃນລະຫວ່າງວັນທີ 27 – 28 ກຸມພາ ປີ 2019 ຊຶ່ງແມ່ນໂອກາດທີ່ດີເພື່ອ ໃຫ້ ຫວຽດນາມ ໂຄສະນາພາບພົດຂອງປະເທດຊາດ ແລະ ບັນດາຜົນງານການພັດທະນາທີ່ ຫວຽດນາມ ບັນລຸໄດ້ໃນຫຼາຍດ້ານ, ເປັນແຫ່ງທີ່ມີສະພາບແວດລ້ອມສະດວກເພື່ອດຶງດູດການລົງທຶນ, ການທ່ອງທ່ຽວ, ຊຸກຍູ້ການຄ້າ, ເພີ່ມທະວີການຮ່ວມມືເຊື່ອມຕໍ່ກັນເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ. ໂດຍສະເພາະສຳລັບ ຮ່າໂນຍ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງນີ້ໄດ້ດຳເນີນກົງກັບໂອກາດ20 ປີ ແຫ່ງວັນ ຮ່າໂນ້ຍ ໄດ້ຖຶກຮັບຮອງເປັນນະຄອນແຫ່ງສັນຕິພາບ ຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ(UNESCO), ຮ່າໂນ້ຍ ຕ້ອງຍາດແຍ່ງເອົາໂອກາດນີ້ເພື່ອໂຄສະນາພາບພົດຂອງນະຄອນໃຫ້ດີ. ທ່ານໂຕວັນດົ້ງ, ຜູ້ອຳນວຍການພະແນກວັດທະນະທຳ, ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ໄດ້ດຳເນີນຢູ່ ຫວຽດນາມ ຈະສະແດງໃຫ້ເຫັນຖານະບົດບາດ ຂອງ ຫວຽດນາມ ເວົ້າລວມ ແລະ ຂອງ ຮ່າໂນ້ຍ ເວົ້າສະເພາະບົນເວທີສາກົນ. ນີ້ເປັນໂອກາດທີ່ດີທີ່ສຸດເພື່ອ ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ໂຄສະນາພາບພົດຂອງ ຫວຽດນາມ ແລະ ຮ່າໂນ້ຍ ບົນເວທີສາກົນ. ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ພວມຊີ້ນຳບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ, ໃນນັ້ນມີພະແນກວັດທະນະທຳ, ກິລາຕ້ອງເຮັດແນວໃດເພື່ອຢັ້ງຢືນໄດ້ ຮ່າໂນ້ຍ, ປະເທດຫວຽດນາມ ແມ່ນສະຖານທີ່ແຫ່ງສັນຕິພາບ ແລະ ມີຄວາມເປັນມິດ.”

ຫວຽດນາມ ແມ່ນ “ຮູບແບບກ່ຽວກັບການພັດທະນາເສດຖະກິດວັດທະນາຖາວອນ” ແລະ ການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແມ່ນໂອກາດເພື່ອ ໃຫ້ຫວຽດນາມ ສົ່ງສານກ່ຽວກັບຜົນສຳເລັດຂອງຕົນສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ