ກອງປະຊຸມສຸດຍອດ ອາຊຽນ 46: ອາຊຽນ ໃຫ້ຄຳໝັ້ນສັນຍາກັບລະບົບການຄ້າຫຼາຍຝ່າຍເປີດອີງໃສ່ກົດໝາຍ
(VOVWORLD) - ໃນສະພາບພູມີສາດການເມືອງ ແລະ ເສດຖະກິດມີການຜັນແປ, ອາຊຽນ ໃຫ້ຄຳໝັ້ນສັນຍາຢຶດໝັ້ນກັບລະບົບການຄ້າຫຼາຍຝ່າຍເປີດ, ອີງໃສ່ກົດໝາຍ, ເພີ່ມທະວີການເຊື່ອມໂຍງພາຍໃນກຸ່ມ ແລະ ການພົວພັນກັບບັນດາຄູ່ຮ່ວມມື ເພື່ອແນໃສ່ຈຸດປະສົງປັບປຸງຄວາມສາມາດຟື້ນຟູເສດຖະກິດ, ສະຖຽນລະພາບ ແລະ ຄວາມສາມາດແກ້ງແຍ້ງຍາວນານຂອງພາກພື້ນ.
ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn (ພາບ:VOV) |
ນີ້ແມ່ນຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເມື່ອຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ທີ່ຈະຈັດຂຶ້ນໃນວັນທີ 26 ແລະ 27 ພຶດສະພາ.
ທ່ານເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ ເສດຖະກິດ ແມ່ນໜຶ່ງໃນບັນດາໂຄງການດຳເນີນງານທີ່ໄດ້ຮັບຄວາມສົນໃຈຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ໃນສະພາບການບັນດາປະເທດ ອາຊຽນ ຕ້ອງປະເຊີນໜ້າກັບການຈັດວາງອັດຕາພາສີຈາກ ອາເມລິກາ. ຕາມທ່ານເລຂາທິການໃຫຍ່ ອາຊຽນ ແລ້ວ, ນອກຈາກບັນດາບາດກ້າວເດີນຕ່າງຫາກ, ບັນດາປະເທດ ອາຊຽນ ກໍຕ້ອງມີບັນດາບາດກ້າວເດີນພ້ອມກັນໂດຍໄດ້ຕົກລົງເປັນເອກະພາບກັນກ່ຽວກັບບັນດານະໂຍບາຍພາສີໃໝ່ຂອງ ອາເມລິກາ ເຊັ່ນ ອອກຖະແຫຼງການຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ (AEM) ກ່ຽວກັບເລື່ອງ ອາເມລິກາ ໝູນໃຊ້ນະໂຍບາຍພາສີ, ຢັ້ງຢືນຄືນຄຳໝັ້ນສັນຍາຂອງພາກພື້ນສຳລັບລະບົບການຄ້າຫຼາຍຝ່າຍອີງໃສ່ກົດໝາຍ, ຈະແຈ້ງ ແລະ ຮອບດ້ານ. ນອກຈາກນັ້ນ, ເພື່ອຮັບປະກັນຜົນປະໂຫຍດໃຫ້ບັນດາປະເທດສະມາຊິກ, ຫຼີກລ້ຽງບັນດາຜົນກະທົບທີ່ອາດຈະເກີດຂຶ້ນ, ອາຊຽນ ກໍພວມດຳເນີນຫຼາຍວາລະປຶກສາຫາລືກັບບັນດາປະເທດຄູ່ຮ່ວມມືຄື ຈີນ, ຍີ່ປຸ່ນ ແລະ ອົດສະຕາລີ...
ນອກຈາກບັນດາບັນຫາເສດຖະກິດແລ້ວ, ທ່ານເລຂາທິການໃຫຍ່ ກໍຕີລາຄາສູງຫົວຂໍ້ “ກວມລວມ ແລະ ຍືນຍົງ” ຂອງປະເທດປະທານ ມາເລເຊຍ ດ້ວຍຄວາມມັກໃຫຍ່ໄຝ່ສູງ, ວິໄສທັດຍາວໄກ ໃຫ້ແກ່ອະນາຄົດຂອງ ອາຊຽນ ໃນ 20 ປີຈະມາເຖິງ.
ນັກຂ່າວ VOV ປະຈຳ ອິນໂດເນເຊຍ