(VOVWORLD) - ຕອນເຊົ້າວັນທີ 26 ພຶດສະພາ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ. ພາຍຫຼັງເຂົ້າຮ່ວມພິທີໄຂ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46.
ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 |
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໃນໄລຍະທີ່ໂລກເຫັນປະຈັກຕາບັນດາການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້, ການຂາດສະຖຽນລະພາບເພີ່ມຂຶ້ນ, ເຮັດໃຫ້ທ່າອ່ຽງຈັດແບ່ງດ້ານການເມືອງ, ດ້ານເສດຖະກິດເກີດຂຶ້ນ. ທ່ານນາຍົກລັດຖະມົນຕີ ຖືວ່າ ໃນສະພາບການທີ່ເຕັມໄປດ້ວຍການສິ່ງທ້າທາຍນັ້ນ ຮຽກຮ້ອງໃຫ້ ອາຊຽນ ເສີມຂະຫຍາຍປັດໄຈ “ 5 ກວ່າ” ຢ່າງແຮງ, ເຊິ່ງລວມມີ: “ສາມັກຄີກວ່າເພື່ອສ້າງກຳລັງແຮງລວມໝູ່; ສ້າງຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າເພື່ອກຳແໜ້ນຊາຕະກຳຂອງຕົນ; ເປັນເຈົ້າການກວ່າເພື່ອກຳນົດສະພາບການ; ກວມລວມກວ່າເພື່ອໃຫ້ ອາຊຽນ ຍາມໃດກໍເປັນຊາຍຄາລວມຂອງທຸກປະເທດສະມາຊິກ ແລະ ຍືນຍົງກວ່າເພື່ອອະນາຄົດຂອງຄົນລຸ້ນຫຼັງ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ 3 ເນື້ອໃນຮ່ວມມືຂອງ ອາຊຽນ. ທີໜຶ່ງແມ່ນ, ອາຊຽນ ກຳນົດຄືນຈິນຕະນາການພັດທະນາຕາມທິດຖືກວມລວມເປັນພື້ນຖານ, ຖືເອົານະວັດຕະກຳເປັນກຳລັງໜູນ ແລະ ຄວາມຍືນຍົງເປັນເປົ້າໝາຍ. ທີສອງແມ່ນ, ອາຊຽນ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເຊືຶ່ອມຕໍ່ ແລະ ເປີດກວ້າງການຮ່ວມສຳພັນອອກນອກພາກພື້ນ; ຫັນຜະລິດຕະພັນ, ຕະຫຼາດ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີ ໃຫ້ ອາຊຽນ ເສີມຂະຫຍາຍສຽງເວົ້າລວມໝູ່ຢ່າງແຮງ, ສະໜັບສະໜູນບັນດາຫຼັກການດ້ານການຄ້າເສລີ, ຍຸຕິທຳ ແລະ ກວມລວມ; ເພື່ອເຊີດຊູລັດທິຫຼາຍຝ່າຍ.
ທີສາມແມ່ນ, ອາຊຽນ ສວມບົດບາດເປັນໃຈກາງ ແລະ ຍົກສູງກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຜົນສຳເລັດຂອງ ອາຊຽນ ຈະຂຶ້ນກັບຄວາມສາມາດຮັບປະກັນເຂດຍຸດທະສາດເປັນເອກະລາດ ແລະ ເປັນເຈົ້າຕົນເອງໃນການຜັນຂະຫຍາຍບັນດານະໂຍບາຍຊີ້ຂາດໃນພາກພື້ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນ ໃນກອງປະຊຸມຄົບຄະນະ |
ໃນກອງປະຊຸມ, ການນຳບັນດາປະເທດ ອາຊຽນ ກໍຕົກລົງເຫັນດີຮັບຮອງເອົາເອກະສານ “ອາຊຽນ ປີ 2045: ອະນາຄົດລວມຂອງພວກເຮົາ”, ໃນນັ້ນ ມີວິໄສທັດປະຊາຄົມ ອາຊຽນ 2045 ແລະ ບັນດາຍຸດທະສາດກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການເຊື່ອມຕໍ່, ສ້າງຕັ້ງພື້ນຖານຍຸດທະສາດໃຫ້ແກ່ການຮ່ວມມື ແລະ ຮ່ວມສຳພັນຂອງ ອາຊຽນ ໃນຫຼາຍທົດສະວັດຈະມາເຖິງ; ຕົກລົງເຫັນດີຮັບ Timor Leste ເປັນສະມາຊິກທີ 11 ຂອງ ອາຊຽນ ຢູ່ ກອງປະຊຸມສຸດຍອດ ASEAN ຄັ້ງທີ 47 ເຊິ່ງຈະຈັດຂຶ້ນໃນເດືອນຕຸລາ ຈະມາເຖິງ.
ສືບຕໍ່ລາຍການ, ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ Timor Leste ໄດ້ເຂົ້າຮ່ວມວາລະປະຊຸມວົງແຄບ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ອາຊຽນ ຕ້ອງມີຄວາມສະເໝີຕົ້ນສະເໝີປາຍ, ຢຶດໝັ້ນກັບເສັ້ນທາງເຈລະຈາແທນທີ່ສູ້ຢັນກັນ, ຮ່ວມມືກັນແທນທີ່ແກ້ງແຍ້ງກັນ, ສາມັກຄີກັນແທນທີ່ແບ່ງແຍກ ແລະ ສ້າງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແທນທີ່ເອື່ອຍອີງ.
ລ້າຍຮວາ - ງອກຢຽບ