ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ: ວົງການນັກຊ່ຽວຊານ ລັດເຊຍ ເນັ້ນໜັກເຖິງທີ່ຕັ້ງ ແລະ ບົດບາດຕັ້ງໜ້າຂອງ ຫວຽດນາມ

(VOVWORLD) - ປັດຈຸບັນ ຫວຽດນາມ ພວມດຳເນີນນະໂຍບາຍການພົວພັນຕ່າງປະເທດທີ່ມີຄວາມຮັບຜິດຊອບທີ່ສຸດ, ເປັນປະເທດເປີດອົກເປີດໃຈຕໍ່ການຮ່ວມມືກັບທຸກຝ່າຍ

ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ 2019 ຈະດຳເນີນຢູ່ ຮ່າໂນ້ຍ ພວມກາຍເປັນຈຸດສຸມຄວາມສົນໃຈຂອງຫາງສຽງສາກົນ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳສະຫະພັນ ລັດເຊຍ, ນັກຊ່ຽວຊານ ລັດເຊຍ ບາງທ່ານໄດ້ຍ້ອງຍໍຊົມເຊີຍບົດບາດຂອງ ຫວຽດນາມ ໃນການຈັດຕັ້ງກອງປະຊຸມສຸດຍອດສຳຄັນທີ່ສຸດສຳລັບຄວາມໝັ້ນຄົງຢູ່ພາກພື້ນນີ້.

ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ: ວົງການນັກຊ່ຽວຊານ ລັດເຊຍ ເນັ້ນໜັກເຖິງທີ່ຕັ້ງ ແລະ ບົດບາດຕັ້ງໜ້າຂອງ ຫວຽດນາມ - ảnh 1 (ພາບປະກອບ/TTXVN)

        ທ່ານ Grigory Trofilmchuk ນັກວິພາກສາກົນ, ປະທານສະພານັກຊ່ຽວຊານອົງການຄົ້ນຄວ້າ ອາຊີ - ເອີຣົບ ໄດ້ຕີລາຄາສູງວິທີການສຳຜັດໂດຍຮັກຫອມສັນຕິພາບ ແລະ ບົດບາດຕັ້ງໜ້າຂອງ ຫວຽດນາມ ໃນເລື່ອງຈັດຕັ້ງການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ທ່ານ Trofilmchuk ເນັ້ນໜັກວ່າ: ພວກຂ້າພະເຈົ້າ ຊົມເຊີຍວິທີການສຳຜັດຫລາຍຝ່າຍ ແລະ ຮັກຫອມສັນຕິພາບຂອງ ຫວຽດນາມ. ພວກຂ້າພະເຈົ້າມີຄວາມຄອງຄອຍຕໍ່ບັນດາໝາກຜົນລະອຽດຂອງການພົບປະນີ້. ທ່ານ Trofilmchuk ໃຫ້ຮູ້ວ່າ: ລັດເຊຍ ປາດຖະໜາຢາກພັດທະນາການພົວພັນດ້ານເສດຖະກິດ - ການເມືອງ ກັບບັນດາຄູ່ຮ່ວມມື ອາຊີ, ໃນນັ້ນມີບັນດາປະເທດ ອາຊຽນ, ແມ່ນອົງການພາກພື້ນ ຊຶ່ງຫວຽດນາມ ເປັນສະມາຊິກຕັ້ງໜ້າ.

        ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກໍ່ໃຫ້ຂໍ້ສັງເກດວ່າ: ເລື່ອງ ຫວຽດນາມ ໄດ້ເລືອກເອົາເປັນປະເທດຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ  ຍ້ອນວ່າ ປັດຈຸບັນ ຫວຽດນາມ ພວມດຳເນີນນະໂຍບາຍການພົວພັນຕ່າງປະເທດທີ່ມີຄວາມຮັບຜິດຊອບທີ່ສຸດ, ເປັນປະເທດເປີດອົກເປີດໃຈຕໍ່ການຮ່ວມມືກັບທຸກຝ່າຍ, ຫວຽດນາມ ມີຄວາມສັດຊື່ບໍລິສຸດຕໍ່ເພື່ອນມິດ ແລະ ບໍ່ຢາກສູ້ຢັນກັບບໍ່ວ່າປະເທດໃດໆ. ທ່ານ Sergei Lavrov ຊີ້ແຈ້ງວ່າ: ໃນບັນຍາກາດແຫ່ງຄວາມເປັນມິດຢູ່ ຫວຽດນາມ ກໍ່ໄດ້ສ້າງຄວາມສະດວກທີ່ສຸດໃຫ້ແກ່ບັນດາການເຈລະຈາດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ