ກອງ​ປະ​ຊຸມ​ສຸ​ດຍອດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຖືກ​ໄຂ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ວັນ​ທີ 22 ເມ​ສາ

(VOVWORLD) -ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຖືກໄຂຂຶ້ນຜ່ານທາງອອນລາຍໃນວັນທີ 22 ເມສາ ແມ່ນເຫດການສາກົນທຳອິດ ໂດຍ ອາເມລິກາ ເປັນປະທານນັບແຕ່ເມື່ອທ່ານ Joe Bidenເປັນປະທານາທິບໍດີຜູ້ທີ 46 ຂອງ ອາເມລິກາ.

 ເຫດການດັ່ງກ່າວບໍ່ພຽງແຕ່ແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະເທດ ອາເມລິກາ ເທົ່ານັ້ນ ຫາກຍັງສ້າງທ່ວງທ່າແກ່ຄວາມມານະພະຍາຍາມລວມທົ່ວໂລກ ສະກັດກັ້ນຜົນກະທົບຈາກບັນຫາໜ່ວຍໂລກອຸ່ນຂຶ້ນ.

ທ່ານປະທານາທິບໍດີ Joe Biden  ໄດ້ເຊື້ອເຊີນການນຳ 40 ປະເທດໃນໂລກ ເຂົ້າຮ່ວມກອງປະຊຸມດັ່ງກ່າວໃນລະຫວ່າງວັນທີ 22 – 23 ເມສາ. ໃນນັ້ນ, ມີການນຳຂອງ 17 ປະເທດ ທີ່ກວມເອົາເຖິງ 80% ປະລິມານອາຍພິດເຮືອນແກ້ວທົ່ວໂລກ. ກອງປະຊຸມດັ່ງກ່າວ ໄດ້ຮັບຖືວ່າ ແມ່ນການກະກຽມໃຫ້ແກ່ກອງປະຊຸມ ສປຊ ຄັ້ງທີ 26 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ Glasgow, ອັງກິດ ທີ່ຈະຈັດຂຶ້ນໃນທ້າຍປີນີ້. ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ອາເມລິກາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ. ຫວຽດນາມ ຕີລາຄາວ່າ ນີ້ແມ່ນໂອກາດໃຫຍ່ ເພື່ອໃຫ້ການນຳບັນດາປະເທດ, ບັນດາວິສາຫະກິດ ແລະ ບັນດາອົງການຈັດຕັ້ງ ປຶກສາຫາລືກ່ຽວກັບຄວາມຮີບດ່ວນຂອງບັນຫາ ແລະ ຍົກອອກບັນດາການກະທຳຢ່າງແຮງກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ