ກອງ​ປະ​ຊຸມ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ອາ​ຊຽນ 2020: ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ພາກ​ພື້ນ​ອາ​ຊຽນ ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ

(VOVWORLD) -ກອງປະຊຸມສຸດຍອດດຳເນີນທຸລະກິດ ແລະ ການລົງທຶນ ອາຊຽນ 2020 ດ້ວຍຫົວຂໍ້ “ອາຊຽນດີຈີຕອນ: ຍືນຍົງ ແລະ ກວມລວມ” ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ກອງ​ປະ​ຊຸມ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ອາ​ຊຽນ 2020: ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ພາກ​ພື້ນ​ອາ​ຊຽນ ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ 

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ການເຂົ້າຮ່ວມຂອງບັນດາການນຳອາຊຽນ ແລະ ບັນດາຄູ່ຮ່ວມມືພ້ອມກັບວິສາຫະກິດຫຼາຍແຫ່ງຢູ່ພາຍໃນພາກພື້ນ, ເປັນການສະແດງໃຫ້ເຫັນຈິດໃຈຮ່ວມມືຂອງລັດຖະບານ ບັນດາປະເທດ ແລະ ວົງການພາກເອກະຊົນໃນການຮ່ວມແຮງຮ່ວມໃຈ ສ້າງພາກພື້ນອາຊຽນ ໃຫ້ພັດທະນາ ແລະ ວັດທະນາຖາວອນ.

        ເຖິງຢ່າງໃດກໍ່ຕາມ, ໂລກລະບາດ ໂຄວິດ - 19 ໃນ ປັດຈຸບັນ ແມ່ນສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນສຳລັບປະຊາຊົນໃນທົ່ວໂລກ ກໍ່ຄືອາຊຽນ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກອງປະຊຸມສຸດຍອດກ່ຽວກັບການດຳເນີນທຸລະກິດ ແລະ ການລົງທຶນ ອາຊຽນ 2020 ປີນີ້ ຈະແມ່ນສະຖານທີ່ເພື່ອປຶກສາຫາລື, ແບ່ງປັນປະສົບການ, ບົດຮຽນທີ່ດີທີ່ສຸດ ເພື່ອ ສ້າງບັນດາກາລະໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ມຸ່ງໄປສູ່ການພັດທະນາແບບຍືນຍົງ ແລະ ກວມລວມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ຮູ້ວ່າ:

        ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມືຂອງ ອາຊຽນເພື່ອສືບຕໍ່ບັນດາໂຄງການໜູນຊ່ວຍຢ່າງແທດຈິງໃຫ້ແກ່ວິສາຫະກິດໃນພາກພື້ນ, ພິເສດແມ່ນໃນຂົງເຂດເຫັນເປັນດີຈີຕອນ, ສິ່ງແວດລ້ອມ, ສັງຄົມ ແລະ ບໍລິຫານ (ESG), ເຕັກໂນໂລຢີ ແລະ ວຽກເຮັດງານທຳໃນອະນາຄົດຢູ່ພາກພື້ນ, ການພັດທະນາແບບຍືນຍົງ ແລະ ກວມລວມ.

ເມື່ອເຕື້ອງເຖິງບັນດາມາດຕະການພັດທະນາເສດຖະກິດ ອາຊຽນ, ທ່ານ Aladdin D.Rillo ຮອງເລຂານຸການໃຫຍ່ອາຊຽນຮັບຜິດຊອບປະຊາຄົມເສດຖະກິດ ອາຊຽນເນັ້ນໜັກວ່າ:

ອາຊຽນຕ້ອງມີບັນດາບຸລິມະສິດສຳຄັນເພື່ອສາມາດຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ. ນັ້ນແມ່ນຕ້ອງຮ່ວມມືກັນຟື້ນຟູເສດຖະກິດ, ມີການກະທຳຮັບມືກັບໂລກລະບາດຢ່າງຂ້ຽວຂາດ. ບັນດາປະເທດຕ້ອງຮັບປະກັນບຸລິມະສິດແຫຼ່ງງົບປະມານຢ່າງຄົບຖ້ວນເພື່ອແກ້ໄຂໂລກລະບາດ ໂຄວິດ - 19,ຕ້ອງເປີດປະຕູພື້ນຖານເສດຖະກິດ ເພື່ອຮັບປະກັນວ່າ ເສດຖະກິດອາດຈະໄດ້ຮັບການຟື້ນຟູເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ