ກອງປະຊຸມສຸດຍອດທະວີບອາເມລິກາ 2018: ບັນດາປະເທດໃຫ້ຄຳໝັ້ນສັນຍາຕ້ານການສໍ້ລາດບັງຫຼວງ

(VOVWORLD) -ວັນທີ 13 ເມສາ, ກອງປະຊຸມສຸດຍອດທະວີບອາເມລິກາ ຄັ້ງທີ 8 ຖືກໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງ Lima ປະເທດເປຣູ

ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ອົງການບັນດາປະເທດທະວີບອາເມລິກາ (OAS) Luis Almagro, ປະນຸກລັດ ແລະ ຜູ້ນຳລັດຖະບານ, ກໍຄືບັນດາເຈົ້າໜ້າທີ່ຂັ້ນສູງຂອງ 35 ປະເທດສະມາຊິກ, ພ້ອມກັບແຂກຖືກເຊີນຈາກປະເທດຕ່າງປະເທດໆອີກຫຼາຍຄົນ.

      ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານາທິບໍດີປະເທດເປຣູ Martin Vizcarra ໄດ້ຮຽກຮ້ອງໃຫ້ສ້າງຕັ້ງສຳພັນທະມິດພາກພື້ນຕ້ານການສໍ້ລາດບັງຫຼວງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາປະເທດແບ່ງປັນບົດຮຽນ, ກໍຄືຊອກຫາມາດຕະການແກ້ໄຂລະອຽດໃນວຽກງານແກ້ໄຂບັນດາຜົນກະທົບຈາກໄພສໍ້ລາດບັງຫຼວງໃນລະບອບປະຊາທິປະໄຕ, ໃນວຽກງານຊີ້ນຳນຳພາຂອງລັດຖະບານ ແລະ ໃນວິວັດການຊຸກຍູ້ເພື່ອພັດທະນາຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ