ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ຈະດຳເນີນໃນເດືອນພຶດສະພາ

(VOVWORLD) -ທີ່ກອງປະຊຸມ, ບັນດາການນຳ ອາຊຽນ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະປຶກສາຫາລືກ່ຽວກັບວິທີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ລວມທັງການຮັບມືກັບໂລກລະບາດໂຄວິດ-19 ແລະ ຄວາມໝັ້ນຄົງດ້ານການແພດທົ່ວໂລກ
ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ຈະດຳເນີນໃນເດືອນພຶດສະພາ - ảnh 1ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 9
(ພາບປະກອບ: AFP/TTXVN)

ວັນທີ 18 ເມສາ, ກຳປູເຈຍ, ປະເທດປະທານອາຊຽນ 2022, ໃຫ້ຮູ້ວ່າ ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ອາເມລິກາ ຈະດຳເນີນໃນລະຫວ່າງວັນທີ 12 – 13 ພຶດສະພາ ຈະມາເຖິງ ຢູ່ ວໍຊິງຕັນ ດີຊີ. ນີ້ແມ່ນກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ຄັ້ງທີ 2 ນັບແຕ່ປີ 2016, ແຕ່ກໍ່ແມ່ນກອງປະຊຸມທຳອິດທີ່ມີການເຂົ້າຮ່ວມໂດຍກົງຂອງການນຳ 2 ຝ່າຍນັບແຕ່ປີ 2017.

        ທີ່ກອງປະຊຸມ, ບັນດາການນຳ ອາຊຽນ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະປຶກສາຫາລືກ່ຽວກັບວິທີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ລວມທັງການຮັບມືກັບໂລກລະບາດໂຄວິດ-19 ແລະ ຄວາມໝັ້ນຄົງດ້ານການແພດທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ການຮ່ວມມືໃນການເດີນທະເລ, ພັດທະນາແຫຼ່ງຊັບພະຍາກອນມະນຸດ… 2 ຝ່າຍກໍ່ຈະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນນັ້ນ, ທີ່ການພົບປະຄັ້ງນີ້, ການນຳ ອາຊຽນ ແລະ ອາເມລິກາ ຈະວາງທິດທາງການພົວພັນ 2 ຝ່າຍໃນອະນາຄົດ ແລະ ຊອກຫາວິທີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດເພື່ອຜົນປະໂຫຍດລວມຂອງບັນດາປະເທດ ອາຊຽນ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ