ກອງປະຊຸມສຸດຍອດພິເສດຂອງອີຢູກ່ຽວກັບແຜນການຟື້ນຟູ

(VOVWORLD) -ເປົ້າໝາຍຂອງແຜນການຟື້ນຟູແມ່ນເພື່ອແນໃສ່ຟື້ນຟູຄວາມເສຍຫາຍຈາກວິກິດການໂລກລະບາດໂຄວິດ-19

        ໃນລະຫວ່າງວັນທີ 17 – 18 ກໍລະກົດ, ບັນດາການນຳສະຫະພາບເອີລົບ (ອີຢູ) ໄດ້ພົບປະກັນໂດຍກົງຢູ່ບຣຸກແຊນ, ປະເທດແບນຊິກ ເພື່ອປຶກສາຫາລືກ່ຽວກັບແຜນການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ແລະ ງົບປະມານໄລຍະຍາວໃໝ່ຂອງກຸ່ມ. ເປົ້າໝາຍຂອງແຜນການຟື້ນຟູແມ່ນເພື່ອແນໃສ່ຟື້ນຟູຄວາມເສຍຫາຍຈາກວິກິດການໂລກລະບາດໂຄວິດ-19, ປະຕິຮູບພື້ນຖານເສດຖະກິດ ແລະ ສ້າງສັງຄົມໃຫ້ເປັນຮູບເປັນຮ່າງຄືນໃໝ່ ບົນພື້ນຖານຄວາມເປັນເອກະພາບກັນ, ປັບຕົວ ແລະ ຫັນປ່ຽນ.

        ທ່ານປະທານສະພາເອີລົບ Charles Michel ສະເໜີບ້ວງເງິນທີ່ມີມູນຄ່າ 1.074 ຕື້ເອີໂລ ເພື່ອບັນລຸໄດ້ບັນດາເປົ້າໝາຍໃນໄລຍະຍາວ, ກໍຄືເພື່ອຮັກສາກຳລັງຄວາມສາມາດທັງໝົດຂອງແຜນການຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ