ກອງປະຊຸມສຸດຍອດອີຢູປຶກສາຫາລືຫຼາຍບັນຫາສຳຄັນ

(VOVWORLD) -ໃນລະຫວ່າງວັນທີ 19 ແລະ 20 ຕຸລາ, ຢູ່ບຣຸກແຊນ, ປະເທດແບນຊິກ ໄດ້ດຳເນີນກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ).

ກອງປະຊຸມຄັ້ງນີ້ຖືກດຳເນີນໃນສະພາບເອີລົບ ພວມເຫັນປະຈັກຕາການຫັນປ່ຽນ ແລະ ສິ່ງທ້າທາຍຫຼຼາຍຢ່າງ, ນັ້ນແມ່ນວິວັດທະນາການເຈລະຈາເພື່ອໃຫ້ອັງກິດ ຖອນອອກຈາກອີຢູ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ, ບັນດາສັນຍາການຄ້າຂອງກຸ່ມກັບບັນດາຄູ່ຮ່ວມມືພວມຊັກຊ້າໄວ້ ຫຼື ໄພຟື້ນຕົວຂອງລັດທິແຍກຕົວອອກ… ທີ່ກອງປະຊຸມ, ບັນດາຝ່າຍໄດ້ພ້ອມກັບປຶກສາຫາລືຫຼາຍຫົວຂໍ້ສຳຄັນ, ນັບທັງບັນຫາພາຍໃນກຸ່ມ ແລະ ການພົວພັນຕ່າງປະເທດຂອງອີຢູ. ພົ້ນເດັ່ນທີ່ສຸດແມ່ນຫົວຂໍ້ກ່ຽວກັບ ອັງກິດ ຖອນອອກຈາກອີຢູ (Brexit), ນອກນັ້ນ, ກອງປະຊຸມກໍ່ປຶກສາຫາລືບັນດາຫົວຂໍ້ສຳຄັນອື່ນໆຄື: ບັນດາສັນຍາການຄ້າເສລີລະຫວ່າງອີຢູ ກັບບັນດາຄູ່ຮ່ວມມືໃນທົ່ວໂລກ, ກ່ຽວກັບບັນດາຫົວເລື່ອງຮ້ອນເຮັ່ງໃນການພົວພັນສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ