ກອງປະຊຸມສຸດຍອດອາຣັບ ອອກຖະແຫຼງການ Tuinis

(VOVWORLD) -  ວັນທີ 31 ມີນາ, ກອງປະຊຸມສຸດຍອດ ອາຣັບ ຄັ້ງທີ 30 ໄດ້ສິ້ນສຸດລົງຢູ່ນະຄອນຫລວງ Tunis ປະເທດ ຕຸຍນີຊີ, ບັນດາການນຳ ອາຣັບ ໄດ້ອອກຖະແຫຼງການຮ່ວມ.

ຖະແຫຼງການຂອງກອງປະຊຸມໄດ້ກ່າວປະນາມການຢັ້ງຢືນຂອງ ອາເມລິກາ ສຳລັບອະທິປະໄຕຂອງ ອິດສະລາແອັນ ຢູ່ເຂດພູພຽງ Golan ເຊິ່ງ ອິດສະລາແອັນ ຢຶດຄອງຈາກ ຊີຣີ ໃນສົງຄາມຕາເວັນອອກກາງເມື່ອປີ 1967. ຖະແຫຼງການເນັ້ນໜັກວ່າ ເຂດພູພຽງ Golan ແມ່ນຜືນແຜ່ນດິນຂອງ ຊີຣີ ແລະ ຢືນຢັນວ່າ ໂດຍບໍ່ວ່າປະເທດໃດໆ ເດີນຕາມ ອາເມລິກາ ໃນການຢັ້ງຢືນອະທິປະໄຕຂອງ ອິດສະລາແອັນ ສຳລັບເຂດພູພຽງ Golan. ຖະແຫຼງການເນັ້ນໜັກວ່າ ບັນດາປະເທດ ອາຣັບ ຈະຮຽກຮ້ອງສະພາຄວາມໝັ້ນຄົງສະຫະປະຊາຊາດອອກມະຕິເພື່ອຕ້ານຄືນການຢັ້ງຢືນຂອງ ອາເມລິກາ ສຳລັບ Golan ພ້ອມທັງຢືນຢັນບົດບາດສຳຄັນຂອງບັນດາປະເທດ ອາຣັບ ເພື່ອນຳປະເທດ ຊີຣີ ພົ້ນອອກຈາກວິກິດການໃນປັດຈຸບັນ.

        ກ່ຽວກັບບັນຫາ ປາແລັດສະຕິນ, ຖະແຫຼງການກ່າວປະນາມເລື່ອງ ອາເມລິກາ ຮັບຮູ້ Jerusalem ແມ່ນນະຄອນຫລວງຂອງ ອິດສະລາແອັນ ແລະ ປະຕິເສດທຸກການກະທຳພຽງລຳພັງຝ່າຍດຽວຂອງ ອິດສະລາແອັນ ແນໃສ່ເຮັດໃຫ້ຖານະດ້ານນິຕິກຳຂອງ Jerusalem ປ່ຽນແປງໄປ.

ຕອບກັບ

ຂ່າວ/ບົດ​ອື່ນ