ກອງປະຊຸມສຸດຍອດອາເມລິກາ - ອາຊຽນຈະຖືກໄຂຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ໃນເດືອນ ພຶດສະພາ.

(VOVWORLD) -ວັນທີ 16 ເມສາ ເລຂາດ້ານການຂ່າວຂອງທຳນຽມຂາວ ແຢນປາກີ ໄດ້ຢັ້ງຢືນຢ່າງເປັນທາງການວ່າ ປະທານາທິບໍດີ ອາເມລິກາ ໂຈໄບເດັນ ຈະຕ້ອນຮັບບັນດາການນຳ ອາຊຽນ ຢູ່ ວໍຊິງຕັນ ໃນວັນທີ 12 ແລະ 13 ພຶດສະພາ.
ກອງປະຊຸມສຸດຍອດອາເມລິກາ - ອາຊຽນຈະຖືກໄຂຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ໃນເດືອນ ພຶດສະພາ. - ảnh 1ພາບປະກອບ

    ໃນກອງປະຊຸມດຳເນີນເປັນເວລາສອງວັນ, ບັນດາການນຳ ອາຊຽນ ຈະມີບັນດາການເຮັດວຽກໂດຍກົງກັບປະທານາທິບໍດີ  ໂຈໄລເດັນ ແລະ ຮອງປາທານາທິບໍດີ ກາມາຣາ ຮາຣິດ. ກອງປະຊຸມສຸດຍອດປີນີ້ ຖືກຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາເມລິກາ -  ອາຊຽນ. ນີ້ແມ່ນໂອກາດ ເພື່ອອຳນາດການປົກຄອງຂອງ ທ່ານໂຈໄບເດັນ ສະແດງໃຫ້ເຫັນຄຳໝັ້ນສັນຍາຍາວນານ ຢັ້ງຢືນບົດບາດເປັນແກນກາງຂອງບັນດາປະເທດ ອາຊຽນ ໃນການຍົກອອກບັນດາວິທີການແກ້ໄຂ ແບບຍືນຍົງ ໃຫ້ແກ່ບັນດາສິ່ງທ້າທາຍຢ່າງຮີບດ່ວນທີ່ສຸດຂອງພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ