ກອງປະຊຸມສຸດຍອດອາເມລິກາ-ສປປເກົາຫລີຄັ້ງທີ2: ຫວຽດນາມ ຢືນຢັນທີ່ຕັ້ງບົດບາດຂອງຕົນໃນການພົວພັນກັບສາກົນ

(VOVWORLD) -ລັດຖະບານຫວຽດນາມ ສະແດງໃຫ້ເຫັນແມ່ນປະເທດມີຄວາມສາມາດໃນການຈັດຕັ້ງເຫດການປະຫວັດສາດ. 

ກອງປະຊຸມສຸດຍອດອາເມລິກາ-ສປປເກົາຫລີຄັ້ງທີ2: ຫວຽດນາມ ຢືນຢັນທີ່ຕັ້ງບົດບາດຂອງຕົນໃນການພົວພັນກັບສາກົນ - ảnh 1

 ຂ່າວຂ່າວສານຫວຽດນາມ ສຳພາດ ສາດສະດາຈານ ປອ Lee Woong Hyeon

ພາບ:vietnam+

ພາຍຫລັງກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫລີ ຄັ້ງທີ 2  ຢູ່ ຮ່າໂນ້ຍ, ນັກຂ່າວຂ່າວສານຫວຽດນາມ ຢູ່ ສເກົາຫລີ ໄດ້ສຳພາດ ສາດສະດາຈານ ປອ Lee Woong Hyeon ປະທານສະຖາບັນຄົ້ນຄ້ວາພູມສາດການເມືອງ ສເກົາຫລີ, ຄູສອນມະຫາວິທະຍາໄລ ສເກົາຫລີ ກ່ຽວກັບໝາກຜົນຂອງກອງປະຊຸມ, ແງ່ຫວັງການເຈລະຈາກ່ຽວກັບບັນຫາປອດນິວເຄຼຍໃນແຫລມເກົາຫລີໃນໄລຍະຈະມາເຖິງກໍຄືວຽກງານຈັດຕັ້ງ, ທີ່ຕັ້ງບົດບາດຂອງຫວຽດນາມພາຍຫລັງເຫດການໃຫຍ່ນີ້.

ກ່ຽວກັບວຽກງານການຈັດຕັ້ງກອງປະຊຸມ, ສາດສະດາຈານ Lee Woong Hyeon ໄດ້ຕີລາຄາວ່າ: ລັດຖະບານຫວຽດນາມ ສະແດງໃຫ້ເຫັນແມ່ນປະເທດມີຄວາມສາມາດໃນການຈັດຕັ້ງເຫດການປະຫວັດສາດ. ບໍ່ປະໃຫ້ເກີດສິ່ງໃດທີ່ຜົນສະທ້ອນເຖິງກອງປະຊຸມ. ປະຊາຊົນຫວຽດນາມ ມີຄວາມຮັກແພງແຂກຄົນ ແລ ະ ຕ້ອນຮັບແຂກຢ່າງອົບອຸ່ນ ແລະ ສະຫນິດສະຫນົມ. ສຳລັບ ກອງປະຊຸມສຸດຍອດຄັ້ງນີ້  ທົ່ວໂລກລ້ວນແຕ່ຮູ້ຈັກວ່າ ສປປ ເກົາຫລີ ແລະ ຫວຽດນາມ ໄດ້ ແລະ ພວມແມ່ນເພື່ອນມິດຂອງກັນ. ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງອາເມລິກາ, ຫວຽດນາມ ໄດ້ຕ້ອນຮັບປະທານາທິບໍດີ ອາເມລິກາ ຢ່າງອົບອຸ່ນສະຫນິດສະຫນົມ. ຕາມສາດສະດາຈານ ແລ້ວ,ຫວຽດນາມ ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຕົນໃນການພົວພັນກັບສາກົນ.

ດ້ວຍປະສົບກັນໃນການຈັດຕັ້ງກອງປະຊຸມສຸດຍອດນີ້, ທ່ານ ສາດສະດາຈານ Lee Woong Hyeon ເຊື່ອໃຈວ່າ ມີຫລາຍປະເທດ ຈະຊອກຫາສະຖານທີ່ປອດໄພຄືຢູ່ຫວຽດນາມ ເພື່ອຈັດຕັ້ງບັນດາກອງປະຊຸມຂອງຕົນ. ຍ້ອນເຫດນັ້ນ ຫວຽດນາມ ຈະກາຍເປັນປະເທດມະຫາອຳນາດດ້ານເສດຖະກິດ ແລະ ການເມືອງ ໃນໂລກກໍ່ຄືຢູ່ ອາຊີຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ