ກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນຄັ້ງທີ8

ກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນຄັ້ງທີ8 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ຍີ່​ປຸ່ນ Shinzo Abe
ພາບ:TTXVN

(vovworld)-​​ ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28-29 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ, ວັນ​ທີ 7/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ ແມ່​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 8 ພ້ອມ​ກັບ​ການ​ນຳບັນ​ດາ​ປະ​ເທດ​ຄື ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກເຖິງ​ຄວາມ​ຈຳ​ເປັນ​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ແມ່​ຂອງ - ຍີ່​ປຸ່ນ ພ້ອມ​ທັງ​ສະ​ເຫນີ​ລັດ​ຖະ​ບານ​ຍີ່​ປຸ່ນ ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ແມ່​ຂອງ ກໍ່​ສ້າງ​ບັນ​ດາເສັ້ນ​ທາງໃຫມ່​ລຽບ​ຕາມ​ແລວ​ເສດ​ຖະ​ກິດ, ພິ​ເສດ ແມ່ນ​ເສັ້ນ​ທາງ​ຄວາມ​ໄວ​ສູງ ວຽງ​ຈັນ - ຮ່າ​ໂນ້ຍ. ນີ້​ແມ່ນ​ເສັ້ນ​ທາງ​ການ​ຄ້າ​ສຳ​ຄັນ ບໍ່​ພຽງ​ສ້າງ​ຄວາມ​ສະ​ຫນິດຕິດ​ແຫນ້ນ ​ນະ​ຄອນ​ຫລວງສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ແລວ​ເຊື່ອມ​ຕໍ່​ໃຫມ່​ອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ຫນີ ຍີ່​ປຸ​່ນ ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຊ່ວຍ​ບັນ​ດາ​ປະ​ເທດ​ແມ່​ຂອງ ພັດ​ທະ​ນາ​ພື້ນ​ຖານ​ກະ​ສິ​ກຳ​ຂຽວ, ສະ​ຫລາດ​ສະ​ຫລຽວ, ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເມື່ອ​ແບ່ງ​ປັນ​ທັດ​ສະ​ນະ​ພ້ອມ​ກັບ​ບັນ​ດາ​ການ​ນຳ ກ່ຽວ​ກັບ​ຖະ​ແຫລງ​ການ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ການ​ຮ່ວມ​ມື ແມ່​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ແດ​ງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ເນັ້ນ​ຫນັກ​ວ່າ ບັນ​ດາ​ຝ່າຍ​ຄວນ​ລະ​ງັບ​ໃຈ, ບໍ່​ມີ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ມານ​ະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ສະ​ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຄົາ​ລົບ​ບັນ​ດາ​ວິ​ວັດ​ການ​ນິ​ຕ​ິ​ກຳ ແລະ​ການ​ທູດ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ.

ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຕັ້ງ​ຫນ້າ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ຍີ່​ປຸ່ນ ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ.  ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຢືນ​ຢັນ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຍີ່​ປຸ່ນ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ, ສືບ​ຕໍ່​ບຸ​ລິ​ມະ​ສິດ​ແຫລ່ງ​ທຶນ ODA ໃຫ້​ແກ່​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ