ກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ສຸມໃສ່ເພີ່ມທະວີການເຊື່ອມຕໍ່ພາກພື້ນ

(VOVWORLD) - ຕາມທ່ານ Suga ແລ້ວ, ບັນຫາຕົ້ນຕໍໃນໂຄງການດຳເນີນງານຂອງກອງປະຊຸມນັ້ນແມ່ນເພີ່ມທະວີການເຊື່ອມຕໍ່ພາກພື້ນ.

ວັນທີ 4 ຕຸລາ, ທ່ານ Yoshihide Suga, ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະເປັນປະທານກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ໃນວັນທີ 9 ຕຸລາ ຈະມາເຖິງດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ: ກຳປູເຈຍ, ລາວ, ໄທ, ມຽນມາ ແລະ ຫວຽດນາມ. ຕາມທ່ານ Suga ແລ້ວ, ບັນຫາຕົ້ນຕໍໃນໂຄງການດຳເນີນງານຂອງກອງປະຊຸມນັ້ນແມ່ນເພີ່ມທະວີການເຊື່ອມຕໍ່ພາກພື້ນ. ບັນດາເຈົ້າໜ້າທີ່ຍີ່ປຸ່ນ ໃຫ້ຮູ້ວ່າ ໂຕກຽວ ຈະຊຸກຍູ້ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຢູ່ລຽບຕາມແມ່ນ້ຳຂອງ ເພື່ອຫັນເປົ້າໝາຍສ້າງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ “ເສລີ ແລະ ເປີດໃຫ້ປະກົດຜົນເປັນຈິງ” ໂດຍອີງໃສ່ລະບຽບການ ແລະ ຄວາມເສລີດ້ານການຄ້າ. ພາກພື້ນນີ້ໄດ້ຮັບຖືວ່າແມ່ນຕະຫຼາດທີ່ເຕັມໄປດ້ວຍແງ່ຫວັງສຳລັບບັນດາບໍລິສັດ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ