ກອງປະຊຸມສູນກາງພັກປຶກສາວຽກງານບຸກຄະລາກອນ

ກອງປະຊຸມສູນກາງພັກປຶກສາວຽກງານບຸກຄະລາກອນ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ໄດ້​ກ້າວ​ສູ່ມື້​ເຮັດ​ວຽກ​ທີ 6

 
(vovworld)- ວັນ​ທີ 19/12, ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ໄດ້​ກ້າວ​ສູ່ມື້​ເຮັດ​ວຽກ​ທີ 6. ຕອນ​ເຊົ້າ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ. ຫຼັງ​ຈາກນັ້ນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ໄດ້​ເຮັດ​ວຽກ​ຢູ່​ໜ່ວຍ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ ວຽກ​ງານ​ບຸກ​ຄະ​ລາ​ກອນ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12. ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ໄດ້​ເຮັດ​ວຽກ​ຢູ່​ໜ່ວຍ ສືບ​ຕໍ່ປຶກ​ສາ​ຫາ​ລື​ກ່ຽວ​ກັບ ວຽກ​ງານ​ບຸກ​ຄະ​ລາ​ກອນ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12

 

ຂ່າວ/ບົດ​ອື່ນ