ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ - ảnh 1
​ໄຂ​ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ
(ພາບ: baomoi.com)


(vovworld) – ຕອນ​ເຊົ້າ​ວັນ​ທີ 08/09, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດກ​ອງປະຊຸມສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ໃສ່​ບາງ​ບັນຫາ​ໃຫຍ່​ຂອງຮ່າງ​ກົດໝາຍ​ 6 ສະບັບເຊິ່ງຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ​ທີ່​ກອງ​ປະຊຸຸມ​ເທື່ອ​ທີ 8. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸ​ມ, ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ​ແມ່ນ​ກອງ​ປະຊຸມ​ຄັ້ງ​ທີ 2 ພາຍຫຼັງ​ລັດຖະທຳ​ມະນູນ​ປີ 2013 ​ໄດ້​ຮັບການຮັບຮອງ​ເອົາ. ສະ​ນັ້ນ, ວຽກ​ງານ​ສ້າງ​ກົດໝາຍ​ແມ່ນ​ໜ້າ​ທີ່​ສຳຄັນ​ຍິ່ງ. ທີ່​ກອງ​ປະຊຸມ​ຈະ​ມາ​ເຖິງ, ຄາດ​ວ່າ ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາຮ່າງ​ກົດໝາຍ ​ແລະ ມະຕິ 17 ສະບັບ, ​ໃຫ້​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ໃສ່​ຮ່າງ​ກົດໝາຍ 12 ສະບັບ.

        ​ໃນ​ຕອນ​ເຊົ້າ​ວັນດຽວ​ກັນ, ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສາ​ພາ​ແຫ່ງ​ຊາດ (ສະບັບ​ປັບປ​ຸງ), ທ່ານ ​ໂດ້ວັນ​ເດືອ​ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ຖື​ວ່າ, ສະມາຊິກ​ສະພາ​ແຫ່ງ​ຊາດ​ມີ​ບົດບາດ​ສຳຄັນ​ໃນ​ການສ້າງ​ກົດໝາຍ ກໍ່​ຄື​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ. ຮ່າງ​ກົດໝາຍ​ຕ້ອງ​ໄດ້​ກຳນົດ​ບັນດາ​ມາດຖານ​ສະ​ເພາະ, ມີ​ລັກສະນະ​ສະ​ເພາະ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ. ທ່ານ​ໂດ້ວັນເດືອງ ສະ​ເໜີ​ວ່າ.

        “​​ເມື່ອເວົ້າ​ເຖິງຈຳນວນສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ຢາກ​ເພີ່ມ​ຈຳນວນສະມາຊິກ​ສະພາ​ແຫ່ງ​ຊາດ​​ເພື່ອ​ເພີ່ມ​ທະວີ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພ​າ​ແຫ່ງ​ຊາດ ຂ້າພະ​ເຈົ້າ​ຄິດ​ວ່າ​ມີ​ພາກສ່ວນ​ທີ່​ຖືກຕ​້ອງ. ​ແຕ່​ພື້ນຖານ​ຕົ້ນ​ຕໍ​ແມ່ນ​ຄຸນ​ນະພາບຂອງສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ຕ້ອງ​ມີ​ມາດຖານ​ລະອຽດ, ຢ່າງ​ໜ້ອຍ​ສຸດ​ຕ້ອງ​​ແມ່ນ​ວິ​ຊາ​ການ​ຂັ້ນ​ສູງ ​ແລະ ປະຕິບັດ​ວຽກ​ງານ​ຕົວ​ຈິງ​ໃນ​ຂົງ​ເຂດ​ເຊິ່ງກຳມາທິການ​ນັ້ນ​ຮັບຜິດຊອບ​​​ເປັນ​ເວລາ 15 ປີ ຈຶ່ງ​ຈະ​ສ້າງ​ກົດໝາຍ ​ແລະ ຕິດຕາມກວດກາ​ໄດ້”.

        ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສາ​ພາ​ແຫ່ງ​ຊາດ (ສະບັບ​ປັບປ​ຸງ) ກໍ່​ໄດ້ກຳນົດ​ໜ້າ​ທີ່, ສິດ​ອຳນາດຂອງ​ສະພາ​ແຫ່ງ​ຊາດ​​ຢ່າງ​ລະອຽດ​ກວ່າໃນ​ການ​ເລືອກ​ຕັ້ງ, ​ໃຫ້​ສັດ​ຕະຍາ​ບັນ​ບັນດາ​ຕຳ​ແໜ່ງ​ໃນ​ກົງ​ຈັກ​ລັດ. ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ສະມາຊິກ​ສະພາ​ແຫ່ງ​ຊາດ ສະ​ເໜີ ຕ້ອງ​ເລືອກ​​ເອົາຜູ້​ສະໝັກ​ 2 ຄົນ ​ເພື່ອ​​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ, ເລືອກ​ເອົາ​ຕຳ​ແໜ່​ງ​ໃນ​ກົງ​ຈັກ​​ລັດ.

ຂ່າວ/ບົດ​ອື່ນ