ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືຮ່າງກົດໝາຍ 9 ສະບັບ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດຄັ້ງທີ 4, ຊຸດທີ XV ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ. ກ
ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືຮ່າງກົດໝາຍ 9 ສະບັບ - ảnh 1ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືຮ່າງກົດໝາຍ 9 ສະບັບ
(ພາບ: VOV)

ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດຄັ້ງທີ 4, ຊຸດທີ XV ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ. ກອງປະຊຸມຈະໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າທີ່ຫໍສະພາແຫ່ງຊາດ ແຕ່ວັນທີ 28 – 30 ສິງຫາ. 

        ບັນດາສະມາຊິກສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ, ເຊິ່ງລວມມີ: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການດຳເນີນທຸລະກິດຄ້າຂາຍອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ກົດໝາຍວ່າດ້ວຍເຄຫະ (ສະບັບປັບປຸງ); ກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍໂທລະຄົມ (ສະບັບປັບປຸງ); ກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂັ້ນຮາກຖານ; ກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາກິດຈະກຳປ້ອງກັນປະເທດ ແລະ ເຂດການທະຫານ. ນີ້ແມ່ນບັນດາຮ່າງກົດໝາຍທີ່ຍັງມີຫຼາຍຄວາມເຫັນແຕກຕ່າງກັນ, ຊຶ່ງສະພາແຫ່ງຊາດໄດ້ປະກອບຄຳເຫັນທີກອງປະຊຸມສະໄໝສາມັນທີ 5 ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ