ກອງປະຊຸມສະຫຼຸບວຽກງານຂະແໜງໄອຍະການປະຊາຊົນປີ 2011

ກອງປະຊຸມສະຫຼຸບວຽກງານຂະແໜງໄອຍະການປະຊາຊົນປີ 2011 - ảnh 1
( ພາບ : http://www.vksndtc.gov.vn )

ວັນ​ທີ 8 ມັງກອນ ຢູ່ ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ປີ 2011 ​ແລະ ຜັນ​ຂະຫຍາຍ​ວຽກງານ​ໄອ​ຍະ​ການ​ປີ 2012. ປີ 2011 ຂະ​ແໜງ​ໄອ​ຍະ​ການ​​ໄດ້​​ມີ​ການປ່ຽນ​ໃໝ່ກ່ຽວ​ກັບ​ການ​ຈັດ​ຕັ້ງ​ຂອງ​ຂະ​ແໜງ​ໄອ​ຍະ​ການ​ໃນວິວັດ​ການ​ປະຕິ​ຮູບ​ດ້ານຍຸ​ຕິ​ທຳ, ຍູ້​ແຮງ​ການ​ປະຕິບັດ​ສິດກ່າວ​ຟ້ອງ ​ແລະ ກວດ​ກາບັນດາການ​ເຄື່ອນ​ໄຫວ​ດ້ານ​ຍຸດຕິ​ທຳ. ປີ 2011, ​ໃນ​ທົ່ວ​ຂະ​ແໜງ​ກວດກາ​ໄດ້ເກືອບ 83.000 ຄະດີ, ຄຸນ​ນະພາ​ບການ​ພິພາກສາ​ໄດ້​ຮັບການຍົກ​ສູງຂື້ນ, ​ແກ້​ໄຂ ຄະດີ​ທີ່​ສັບສົນ​ຫຼາຍ​ຄະດີຢ່າງ​ເດັດຂາດ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ປະທານ​ປະ​​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ປະຕິ​ຮູບ​ດ້ານ​ຍຸດຕິ​ທຳສູນ​ກາງໄດ້​ເນັ້ນ​ໜັກ​ວ່າ ປີ 2012 ຂະ​ແໜງ​ໄອຍະ​ການ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ເຂັ້ມ​ແຂງ ​ແລະ ຮອບດ້ານ​ກວ່າ​ອີກ, ​ໃນ​ນັ້ນ​ຄວນ​ສຸມ​ໃສ່​ປະຕິບັດ​ສິດກ່າວ​ຟ້ອງ ​ໃນ​ໄລຍະ​ສືບສວນ, ຮັບປະກັນ​ການດຳ​ເນີນ​ຄະດີຖືກ​ຕ້ອງຕາມ​ກົດໝາຍ. ພິ​ເສດ​​ແມ່ນ​ລົງ​ໂທ​ດ ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງຢ່າງ​​ເຂັ້ມງວດ .

“ໄອ​ຍະ​ການ​ທຸກຂັ້ນຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງກ່ຽວ​ກັບ ລັກສະນະ​ປະຊາຊົນໃນ​ການ​ເຄື່ອນ​ໄຫວ​​ໄອ​ຍະ​ການ. ​ເມື່ອ​ປະຕິບັດ​ສິດກ່າວ​ຟ້ອງ ແລະ ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ຍຸດຕິ​ທຳ​ຕ້ອງ​ອິ່ງ​ໃສ່​ປະຊາຊົນ, ພາຍ​ໃຕ້​ການ​ຕິດຕາມກວດກາ​ຂອງ​ປະຊາຊົນ ​ແລະ ຍາດ​ແຍ້​ງການ​ສະໜັບ​ສະ​ໜູນຂອງ​ປະຊາຊົນ. ​ໄອ​ຍະ​ການ​ທຸກຂັ້ນ​ຕ້ອງ​ຮັບ​ຝັງ​ຄຳ​ຄິດ​ ​ແລະ ປະຕິບັດ​ການ​ສົມທົບ​ກັບບັນດາອົງການ​, ອົງການ​ຈັດ​ຕັ້ງ ​ແລະ ໜູ່ປະຊາຊົນ​ເປັນ​ຢ່າງ​ດີ ” .
ຂ່າວ/ບົດ​ອື່ນ