ກອງ​ປະ​ຊຸມ​ສະຫຼຸບ​ສະ​ພາ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ຕ່າງໆ​ຂຶ້ນ​ກັບ​ສູນ​ກາງ ປີ 2021, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ບັນດາທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານສະພາປະຊາຊົນ ປີ 2021 ແລະ ຜັນຂະຫຍາຍແຜນການປະຕິບັດງານປີ 2022 ຂອງ 25 ແຂວງ, ນະຄອນຢູ່ພາກເໜືອ.
ກອງ​ປະ​ຊຸມ​ສະຫຼຸບ​ສະ​ພາ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ຕ່າງໆ​ຂຶ້ນ​ກັບ​ສູນ​ກາງ ປີ 2021, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ບັນດາທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານສະພາປະຊາຊົນ ປີ 2021 ແລະ ຜັນຂະຫຍາຍແຜນການປະຕິບັດງານປີ 2022 ຂອງ 25 ແຂວງ, ນະຄອນຢູ່ພາກເໜືອ.

     ຈາກພຶດຕິກຳການເຄື່ອນໄຫວຕົວຈິງຂອງສະພາປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ຖອດຖອນບົດຮຽນ, ວິທີເຮັດທີ່ມີໄຫວພິບ, ປະດິດຄິດສ້າງ, ເໝາະສົມກັບສະພາບການຕົວຈິງ ພ້ອມທັງສະເໜີຄະນະປະຈຳສະພາແຫ່ງຊາດ ຕົກລົງບັນດາມາດຕະການແນໃສ່ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ, ປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງ, ບົດບາດຂອງລະບົບອົງການຜູ້ແທນປະຊາຊົນທ້ອງຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ