ກອງ​ປະຊຸມ​ສະຫລຸບ10 ປີ​​ແຫ່ງການ​ປະຕິບັດ ​ມະຕິ​ເລກທີ 36 ​ກ່ຽວ​ກັບ ​ຊາວ​ຫວຽດນາມ ອາ​ໄສ​​ຢູ່​ຕ່າງປະ​ເທດ


ກອງ​ປະຊຸມ​ສະຫລຸບ10 ປີ​​ແຫ່ງການ​ປະຕິບັດ ​ມະຕິ​ເລກທີ 36 ​ກ່ຽວ​ກັບ ​ຊາວ​ຫວຽດນາມ ອາ​ໄສ​​ຢູ່​ຕ່າງປະ​ເທດ - ảnh 1

ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ແລະ

 ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເມື່ອເດືອນ4/2011

(ພາບ: http://quehuongonline.vn)

(vovworld)- ຕອນ​ບ່າຍວັນ​ທີ 20/5, ຄະນະ​ກຳມະການ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 10 ປີ​​ແຫ່ງການ​ປະຕິບັດ​ມະຕິ​ເລກທີ 36 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບວຽງານ​ທີ່​ມີ​ຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫ້​ເຫັນ​ວ່າ, ​ແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ, ປະ​ຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ທາງດ້ານ​ຈຳນວນ, ຈາກປະມານ 2,7 ລ້ານ​ຄົນ​ໃນ​ປີ 2004 ມາ​ຮອດ​ປະຈຸ​ບັນ​ມີ​ເ​ກື​ອບ 4,5 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ກ່ວາ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​​ໂລກ. ປະຈຸ​ບັນ, ມີ​ກ່ວາ 3600 ວິ​ສາ​ຫະກິດ​ມີ​ທຶນຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ ​ແລະ ທຶນ​ປະກອບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ປະມານ 8,6 ຕື້​ໂດ​ລາ​ສະຫະລັດ. ​ເງີ​ນຕາ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຝາກ​ມາ​ປະ​ເທດ​ເພີ່ມ​ຂຶ້ນ​ສະ​ເລ່ຍ 10-15%/ປີ. ພາຍຫຼັງ​ມະ​ຕີ 36 ​ໄດ້​ປະກາດ​ໃຊ້, ວຽກງານ​ຂົນຂວາຍຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ດ້ວຍ​ຫຼາຍ​ຮູບ​ການ, ​ເນື້ອ​ໃນ​ອຸດົມສົມບູນ.

  ທີ່​ກອງ​ປະຊຸມ, ຜູ້​ແທນ​ຈຳນວນ​ໜຶ່ງ​ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດ​ຕ້ອງ​ສ້າງ​ເງື່ອນ​ໄຂ​ສົ່ງ​ເສີມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ໃຫ້​ແກ່​ປະ​ເທດ​ຊາດ​ຄື: ພິຈາລະນາ​ກົດໝາຍ​ວ່າ​ດ້ວຍ​ສັນຊາດ, ກົດໝາຍ​ວ່າ​ດ້ວຍການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍການ​ເຂົ້າອອກ​ເມືອງ, ການ​ຊື້​ເຮືອນ​ຢູ່, ທີ່​ດິນ./.

ຂ່າວ/ບົດ​ອື່ນ