ກອງປະຊຸມສະຫລຸບການປະຕິບັດ 2 ແຜນຮ່າງຂອງລັດຖະບານກ່ຽວກັບແມ່ຍິງໄລຍະ 2017 – 2022

(VOVWORLD) - ໄລຍະຈະມາເຖິງ, ສະມາຄົມແມ່ຍິງທຸກຂັ້ນຕ້ອງເອົາໃຈເຖິງກຸ່ມແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນໃຫ້ເຂົາເຈົ້າໄດ້ສຳຜັດກັບບັນດາເນື້ອໃນໄດ້ໂຄສະນາ.
ກອງປະຊຸມສະຫລຸບການປະຕິບັດ 2 ແຜນຮ່າງຂອງລັດຖະບານກ່ຽວກັບແມ່ຍິງໄລຍະ 2017 – 2022 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV)

ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບ 2 ແຜນຮ່າງຂອງລັດຖະບານໄລຍະ 2017 – 2022 ເຊິ່ງລວມມີ: ແຜນຮ່າງ “ໂຄສະນາເຜີຍແຜ່, ສຶກສາ, ຂົນຂວາຍ, ໜູນຊ່ວຍແມ່ຍິງເຂົ້າຮ່ວມແກ້ໄຂບາງບັນຫາສັງຄົມທີ່ກ່ຽວຂ້ອງເຖິງແມ່ຍິງໄລຍະ 2017 – 2027” (ແຜນຮ່າງ 938) ແລະ ແຜນຮ່າງ “ໜູນຊ່ວຍແມ່ຍິງ Start-up ໄລຍະ 2017 - 2025” (ແຜນຮ່າງ 939).

        ໂດຍຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນວິວັດການຜັນຂະຫຍາຍ ສອງແຜນຮ່າງໃນໄລຍະ 1, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ຜ່ານ 5 ປີແຫ່ງການຜັນຂະຫຍາຍ, 2 ແຜນຮ່າງໄດ້ຊ່ວຍໃຫ້ສະມາຄົມແມ່ຍິງທຸກຂັ້ນ ແລະ ບັນດາຂະແໜງການກ່ຽວຂ້ອງແກ້ໄຂຄາດໝາຍໂຄສະນາ, ຂົນຂວາຍ, ໜູນຊ່ວຍແມ່ຍິງເຂົ້າຮ່ວມການແກ້ໄຂບາງບັນຫາສັງຄົມກ່ຽວຂ້ອງເຖິງແມ່ຍິງເທື່ອລະກ້າວ; ແຜ່ຂະຫຍາຍນ້ຳໃຈປະເທດຊາດ Start up ເຖິງແມ່ຍິງໃນທຸກເກັ່ນອາຍຸ, ຂຶ້ນກັບຫຼາຍຂະແໜງການ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໃສ່ໃຈວ່າ: ໄລຍະຈະມາເຖິງ, ສະມາຄົມແມ່ຍິງທຸກຂັ້ນຕ້ອງເອົາໃຈເຖິງກຸ່ມແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນໃຫ້ເຂົາເຈົ້າໄດ້ສຳຜັດກັບບັນດາເນື້ອໃນໄດ້ໂຄສະນາ. ສຳລັບແຜນຮ່າງໜູນຊ່ວຍແມ່ຍິງ Start up ຕ້ອງສືບຕໍ່ຜັນຂະຫຍາຍບັນດາຮູບແບບມີປະສິດທິຜົນ, ພ້ອມທັງເຊື່ອມຕໍ່ປະຊາຄົມແມ່ຍິງ Start up.

ຕອບກັບ

ຂ່າວ/ບົດ​ອື່ນ