ກອງປະຊຸມສະຫລຸບວຽກ ງານຈົດທະບຽນ, ຄຸ້ມຄອງ ສຳມະໂນຄົວທົ່ວປະເທດ

ກອງປະຊຸມສະຫລຸບວຽກ ງານຈົດທະບຽນ, ຄຸ້ມຄອງ ສຳມະໂນຄົວທົ່ວປະເທດ - ảnh 1
(ພາບ:duthaoonline.quochoi.vn)

( vovworld ) – ​ຕອນ​ເຊົ້າວັນ​ທີ 2/6, ກະຊວງ​ຍຸດຕິ​ທຳ​ໄດ້​ຈັດກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ຈົດ​ທະບຽນ, ຄຸ້ມ​ຄອງ​ສຳມະ​ໂນ​ຄົວ​ທົ່ວ​ປະ​ເທດ ​ແລະ​ ການ​ປະຕິບັດ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ກ່ຽວ​ກັບ​ສຳມະ​ໂນ​ຄົວ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຢັ້ງຢືນ​ວ່າ: ​ວຽກ​ງານ​ຈົດ​ທະບຽນ, ຄຸ້ມ​ຄອງ​ສຳມະ​ໂນ​ຄົວ​ຢູ່ ຫວຽດນາມ ​ໃນ 10 ປີ​ມາ​ນີ້​ບັນລຸ​ໄດ້​ຫຼາຍ​ໝາກຜົນ​ສຳຄັນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ປັບປຸງ​ລະບົບ​ອົງການ​ຄຸ້ມ​ຄອງ, ຈົດ​ທະບຽນ​ສຳມະ​ໂນ​ຄົວ ​ແລະ ​ເພີ່ມ​ທະວີ​ຖັນ​ແຖວ​ລັດຖະກອນ​ເຮັດ​ວຽກ​ງານ​ສຳ​ມະ​​ໂນ​ຄົວ. ທ່ານ​ຮອງ​ລັດຖະມົນຕີກະຊວງ​ຍຸດຕິ​ທຳ​ Dinh Trung Tung ຖື​ວ່າ: ​ເພື່ອ​ໃຫ້​ວຽກ​ງາ​ນຄຸ້ມ​ຄອງ​ສຳມະ​ໂນ​ຄົວມີ​ປະສິດທິ​ຜົນ​, ​ເລື່ອງ​ປັບປຸງ​ປື້​ມສຳ​ມະ​ໂນ​ຄົວ ​ແລະ ວິທີ​ການ​ຈົດ​ທະບຽນ​ສຳມະ​ໂນ​ຄົວ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່:

   “​ໃນ​ສະພາບ​ການ​ລະບຽບ​ການ​ດ້ານ​ບໍລິຫານ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ຄວນ​ສືບ​ຕໍ່​ກວດກາ, ຫັນ​ລະບຽບ​ການ​ດ້ານ​ບໍລິຫານ​​ໃນການ​ຈົດ​ທະບຽນ​ສຳມະ​ໂນ​ຄົວເປັນ​ງາຍ​ດາຍ, ​ແກ້ໄຂ​ບັນດາ​ຮົ້ວກິດ​ຂວາງ​ກ່ຽວ​ກັບ​ລະບຽບ​ການ​ດ້ານ​ບໍລິຫານ. ມຸ້ງ​ໄປ​ເຖິງ​ການ​ຍົກ​ສູງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ໃນ​ຂົງ​ເຂດ​ສຳມະ​ໂນ​ຄົວ, ​ໃນ​ນັ້ນ, ສ້າງ ​ແລະ ​ຜັນ​ຂະຫຍາຍ​ພື້ນຖານ​ເອກະສານ​ສຳມະ​ໂນ​ຄົວ​ເອ​ເລກ​ໂຕ​ນິກເທື່ອ​ລະ​ກ້າວ, ມຸ້ງ​ໄປ​ເຖິງ​ການ​ຈົດ​ທະບຽນ​ສຳມະ​ໂນ​ຄົວ​ຜ່ານ​​ເຄືອ​ຂ່າ​ຍອິນ​ເຕີ​ແນັດ

 

 

 

ຂ່າວ/ບົດ​ອື່ນ