ກອງປະຊຸມສະຫລຸບວຽກງານປັກຫຼັກໝາຍຖີ່ ແລະ ບູລະນະຫຼັກໝາຍຊາຍແດນ ຫວຽດນາມ - ລາວ

ກອງປະຊຸມສະຫລຸບວຽກງານປັກຫຼັກໝາຍຖີ່ ແລະ ບູລະນະຫຼັກໝາຍຊາຍແດນ ຫວຽດນາມ - ລາວ - ảnh 1
ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ໃນພິທີເປີດສະຫຼອງຫຼັກໝາຍໃຫຍ່ 460 ເມື່ອວັນທີ 9/7/2013

(vovworld) - ຕອນ​ເຊົ້າ​ວັນ​ທີ 19/8, ຢູ່​​ເທດສະບານ​ຕາ​ແສງ ກື໋ວລໍ່, ​ແຂວງ ​ເຫ​ງ້ອານ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ ​ໃນ​ພື້ນ​ທີ່​ຕົວ​ຈິງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມິ​ນ, ຫົວໜ້າ​ຄະນະ​ຊີ້​ນຳ​​ແຫ່ງ​ລັດ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນທາງບົກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມິນ ສະ​ເໜີ​ໃຫ້​ບັນດາ​ອົງການ, ທ້ອງ​ຖີ່​ນ ​ແລະ ບັນດາ​ກຳລັງ​ທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ​ຄວນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ​ເພື່ອ​ປະຕິບັດ​ບັນດາ​ວຽກ​ງານ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ໂຄງການ​ໃນ​ປີ 2014 ຕາມ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໃຫ້​ສຳ​​ເລັດຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ເນັ້ນ​ໜັກ​ເລື່ອງ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຖີ່, ບູລະນະ​ຫຼັກ​ໝາຍ​ຊາຍ​ແດນ​ໃນ​ພື້ນ​ທີ່​ຕົວ​ຈິງ​ແມ່ນ​ໄຊຊະນະ​ລວມຂອງ​ທັງ 2 ປະ​ເທດ ຫວຽດນາມ - ລາວ, ມີ​ຄວາມ​ໝາຍ​ສຳຄັນ​ທາງ​ດ້ານ​ການ​ເມືອງ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ​ເສດຖະກິດ, ປະກອບສ່ວນ​ຊຸກຍູ້​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິ​ດຕະພາບ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດຖະໜາ​ຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ມີ​ຜົນງານ​ດີ​ເດັ່ນ​ໃນວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃນ​ພື້ນ​ທີ່​ຕົວ​ຈິງ​ຂອງ 2 ປະ​ເທດ ຫວຽດນາມ - ລາວ ​ກໍ່ໄດ້​ຮັບ​ໃບ​ຍ້ອງຍໍ.


ຂ່າວ/ບົດ​ອື່ນ