ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13

ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 - ảnh 1
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
ພາບ:internet

(vovworld)- ​ຕອນ​ເຊົ້າ​ວັນ​ທີ 21/5, ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ​ໄດ້​ຮັບ​ຟັງ​ຫນັງສື​ສະ​ເຫ​ນີຮ່າງ​ກົດໝາຍ ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ແລະ​ດັບ​ເພິ​ງ ​ແລະ ບົດລາຍການ​ກວດກາ​ຮ່າງ​ກົດ​ໝາຍສະບັບ​ນີ້. ສະພາ​ແຫ່ງ​ຊາດ​ກໍ່​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ອະພິປາຍ, ຮັບ​ເອົາການ​ປະກອບ​ຄຳ​ເຫັນ, ດັດ​ແກ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການ​ກໍ່​ການ​ຮ້າຍ. ປຶກສາ​ຫາລື​ທີ່​ຫໍ​ປະຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການກໍ່​ການ​ຮ້າຍ, ສສຊ ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ ​ແລະ ​ຖື​ວ່າ​ເລື່ຶອງປະກາດ​​ໃຊ້​ກົດໝາຍ​ແມ່ນ​ຈຳ​ເປັນ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ຄື​ປະຈຸ​ບັນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ​ຄຳ​ນິຍາມ ການກໍ່​ການ​ຮ້າຍທີ່ໄດ້​ລະ​ບຸ​ໃນ​ກົດໝາຍ​ຄວນມີ​ລັກສະນະ​ກວມ​ລວມກ່ວາ​ເພື່ອ​ເຮັດ​ໃຫ້​ລັກສະນະ​ຮອບດ້ານ​ຂອງ​ການ​ກະທຳ​ນີ້ ພ້ອມ​ທັງ​ຊັ່ງຊາ ພາກສ່ວນຂອງ​ຄະ​ນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ ການ​ກໍ່ການ​ຮ້າຍ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ, ສສຊ ​ແຂວງ ​ເກີ​ນ​ເທີ ຫງວຽນ​ມິ​ງຄາ ຍົກ​ຄຳ​ເຫັນ​ວ່າ:

“ການ​ຮ່ວມ​ມື​ສາກົນ​ກ່ຽວກັບ​ການ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ​ແມ່ນ​ຈຳ​ເປັນ, ຮ່ວມ​ມື​ເພື່ອ​ແບ່ງປັນຂໍ້​ມູນ​ຂ່າວ, ຝຶກ​ອົບຮົມ​ບຳລຸງ​ສ້າງ ​ແລະ ຈັດ​ຕັ້ງການ​ຝຶກ​ແອບ, ພິ​ເສດ​ແມ່ນ​​​ໃນ​ການ​ປະກອບພາຫະນະອຸປະກອນ, ​ເຕັກນິກ​ໃຫ້​ແກ່​ບັນດາ​ກຳລັງ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ. ຂົງ​ເຂດ​ນີ້​ພວກ​ເຮົາ​ບໍ່​ທັນ​ມີ​ບົດ​ຮຽນ​ຫຼາຍ​ແຕ່​ວ່າ​ນີ້​ແມ່ນ​ຂົງ​ເຂດທີ່​ສະດຸ​້ງ​ໄວ​ຕ້ອງ​ຮັບປະກັນ​​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ”
  

​    ຕອນ​ບ່າຍ​ຂອງ​ວັນດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບຮ່າງ​ກົດໝາຍສະບັບປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ, ຮ່າງ​ກົດໝາຍສະບັບ ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ ຂອງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍຮັບ​ວິ​ສາ​ຫະກິດ.

     ຮ່າງ​ກົດໝາຍສະບັບປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ ຕົ້ນ​ຕໍ່​ແມ່ນ​ເລັ່ງ​ໃສ່​ການ​ດັດ​ແກ້​ເພີ່ມ​ເຕີມ​ຕໍ່​ການ​ກຳນົດ​ກ່ຽວ​ກັບ​ເປົ້າ​ໝາຍ​ບໍ່​ເສຍອາກອນ​ມູນ​ຄ່າ​ເພີ່ມ. ສ່ວນຮ່າງ​ກົດໝາຍສະບັບປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍຮັບ​ວິ​ສາ​ຫະກິດ​ແມ່ນ​ສຸມ​ໃສ່​ເພີ່ມ​ເຕີມ​ນະ​ໂຍບາຍ​ບຸລິມະສິດ​ດ້ານ​ອາກອນ​ທີ່​ມີ​ຕໍ່​ບັນດາ​ຂົງ​ເຂດ, ຂະ​ແໜງ​ອາຊີບ, ບໍລິ​ເວນ​ຮັບ​ບຸລິ​ມະ​ສິດ.  ສສຊ ​ນະຄອນ​ໂຮ່ຈິ​ມິນ, ທ່ານ ຫງວຽນ​ຫງອກ​ຮ່ວາ ມີ​ຄຳ​ເຫັນ​ວ່າ:

     ພາສີ​ອາກອນ​ແມ່ນ ສິ່ງ​ຊັກ​ຈູງ​ກະ​ແສລົງທຶນ. ຍົກ​ຕົວຢ່າງ​ຄື ຖ້າ​ຫາກ​ປະຈຸ​ບັນ ກຳນົດອັດຕາ ພາສີ​ອາກອນ​ສູງ​ກວ່າ​ລະດັບ​ລວມຂອງ​ບັນດາ​ປະ​ເທດອ້ອມ​ຂ້າງ​ນັ້ນ, ​ເຂົາ​ເຈົ້າ​ຈະ​ບໍ່​ເຂົ້າ​ມາ​ຫວຽດນາມ​ລົງທຶນ, ຫາກ​ຫັນ​ທິດ​ໄປ​ລົງທຶນ​ຢູ່​ປະ​ເທດ​ອື່ນ. ຜ່ານ​ການ​ສຳ​ຫຼວດ, ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ອັດຕາ ພາສີ​ອາກອນ​ຕາມ​ເສັ້ນທາງ​ກ້າວ​ໄປ​ເຖິງ​ລະດັບ 20% ​ແມ່ນ​ອັດ​ຕາພາສີ​ອາກອນ​ລວມຊຶ່ງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ພວມ​ນຳ​ໃຊ້. ການ​ຫຼຸດ ອັດ​ຕາພາສີ​ອາກອນນີ້ ​ແມ່ນ​ເໝາະ​ສົມ, ​ເພາະວ່າ ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ແກ່ງ​ແຍ້​ງກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ດຶງ​ດູດ​ການ​ລົງທຶນ. ທີ່ 2 ​ແມ່ນ​ໃນ​ເງື່ອນ​ໄຂ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ, ​ແມ່ນ​ຄວນ​ມີ​ເສັ້ນທາງ​​ເພື່ອຕໍ່ກຳລັງ​ແຮງ​ໃຫ້​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ທັງ​ນີ້​ກໍ​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ​ເປີດ​ກ້ວາງ​ຂອບ​ເຂດ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຫຼາຍ​ຂຶ້ນ ”

           

ຂ່າວ/ບົດ​ອື່ນ