ກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ13ກ້າວເຂົ້າສູ່ວາລະຊັກຖາມໃນມື້ທີ2

(vovworld)- ຕອນ​ເຊົ້າ​ວັນ​ທີ 13/6, ກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ກ້າວ​ເຂົ້າ​ສູ່​ວາລະ​ຊັກ​ຖາມ​ໃນ​ມື້​ທີ 2. ທ່ານ ຮ່ວາງ​ຕວັນ​​ແອ​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ ສສຊ ກ່ຽວ​ກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ທີ່​ທ່ານ​ຮັບຜິດຊອບ. ສຳລັບ​ບັນດາ​ຄຳ​ຖາມ​ກ່ຽວກັບ​ຂົງ​ເຂດ​ວັດທະນະທຳ, ທ່ານ​ລັດຖະມົນຕີ ຮ່ວາງ​ຕວັນ​​ແອ​ງ​ໃຫ້​ຮູ້​ວ່າ: ບັນດາ​ທ້ອງ​ຖິ່ນ ​ແລະ ຂະ​ແຫນງ​ວັດທະນະທຳ​ສືບ​ຕໍ່​ຊາບ​ຊືມ, ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ ທີ່ກ້າວຫນ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​​ເປັນ​ຢ່າງ​ດີ. ຂະ​ແຫນງ​ວັດທະນະທຳ​ກໍ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ, ວັດທະນະທຳ ​ແລະ ຍູ້​ໄພ​ສັງຄົມ​ໃຫ້​ຖອຍ​ໄປ.

ກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ13ກ້າວເຂົ້າສູ່ວາລະຊັກຖາມໃນມື້ທີ2 - ảnh 1
ທ່ານ​ລັດຖະມົນຕີ ຮ່ວາງ​ຕວັນ​​ແອ​ງ
ພາບ:internet

ກ່ຽວ​ກັບ​ຂົງ​ເຂດ​ທ່ອງ​ທ່ຽວ, ທ່ານ​ລັດຖະມົນຕີ ຮ່ວາງ​ຕວັນ​​ແອ​ງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ມີ​ເກືອບ 1000 ​ໂຄງການ​ລົງທຶນ​ເຂົ້າ​ຂະ​ແຫນງ​ທ່ອງ​ທ່ຽວ ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 300.000 ຕື້​ດົ່ງ.  ທ່ານ​ລັດຖະມົນຕີ​ຮ່ວາງ​ຕວັນ​ແອ​ງ​ຍອມຮັບ​ວ່າ: ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ທ່ອງ​ທ່ຽວ​ອັນ​ໃຫຍ່​ຫລວງ, ​ແຕ່​ຂະ​ແຫນງ​ທ່ອງ​ທ່ຽວ​ບໍ່​ທັນ​ພັດທະນາ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ບໍ່​ທັດ​ທຽມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ເພື່ອ​ສ້າງ​ເຄື່ອງໝາຍ​ທ່ອງ​ທ່ຽວ​ຫວຽດນາມ​ສົມ​ກັບ​ລະດັບພາກ​ພື້ນ,ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ​​ໃຫ້ກາຍ​ເປັນຂະ​ແຫນງ​ເສດຖະກິດ​ປາຍ​ແຫລມຢ່າງ​ວອ່ງ​ໄວ, ທ່ານ​ລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ຖື​ວ່າ:

        “​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ຫັນ​ການ​ພັດທະນາ​ການທ່ອງທ່ຽວຈາກ​ລວງ​ກວ້າງ​​​ເປັນ​ລວງ​ເລີກ, ລົງ​ເລິກ​ຄຸນ​ນະພາ​ບດ້ານ​ບໍລິການ. ການ​ພັດທະນາ​ການທ່ອງທ່ຽວຕ້ອງ​ຕິດ​ພັນ​ ກັບການ​ອະນຸລັກ​ຮັກສາ​ບັນດາ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ. ​ເພີ່ມ​ທະວີ​ວຽກ​ງານ​ສັງຄົມ, ສ້າງ​ບັນດາ​ນະ​ໂຍບາຍ​ໃຫ້​ສະດວກ​ງ່າຍດາຍ​ກວ່າ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ. ບັນດາ​ມາດ​ຕະການ​ພື້ນຖານ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຜະລິດ​ຕະພັນ​ບໍລິການ​ໃຫ້​ມີ​ຄຸນ​ນະພາ​ບສູງ, ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສຸມ​ໃສ່​ການ​ສອນ​ວິຊາ​ຊີບ. ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສົ່ງ​ເສີມ​ໂຄສະ​ນາ​ການທ່ອງທ່ຽວ, ​ເພີ່ມທະວີ​ການ​ຮ່ວມ​ສຳພັນ​ເຂດ.”

ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ກິລາ, ທ່ານ​ລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ​ໃຫ້​ຮູ້​ວ່າ: ​ໃນ​ການ​ພັດທະນາ​ກິລາ, ທາງ​ກະຊວງ​ພວມ​ສ້າງ​ຮູບ​ແບບ​ສັງ​ລວມສຳລັບ​ບັນດາ​ງານ​ມະຫາ​ກຳ​ກິລາ​ຄື: Olympic, Asiad, Sea Games, ງານ​ມະຫາ​ກຳ​ກິລາກາ​ຍະ​ກຳ ​ແລະ ຂະ​ບວນການ​ກິລາກາ​ຍະ​ກຳ​ໝູ່​ມະຫາຊົນ.

​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມີນກວາງ, ຜູ້​ວ່າ​ການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບີ່​ງ ກໍ​ໄດ້​ເຂົ້າ​ຮ່ວມ​ການ​ອະພິປາຍ, ຕອບ​ບາງ​ຄຳ​ຊັກ​ຖາມ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ທະນາຄານ.

ກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ13ກ້າວເຂົ້າສູ່ວາລະຊັກຖາມໃນມື້ທີ2 - ảnh 2
ທ່ານ​ນາງລັດຖະມົນຕີກະຊວງແຮງງານ,ທະຫານ ເສຍອົງຄະ 
ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ

ເມື່ອ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ ສສຊ​ໃນ​ວາລະ​ປະຊຸມ​ເມື່ອ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ ​ໄດ້​ສຸມ​ໃສ່​ອະພິ​ບາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ພິ​ເສດ​ແມ່ນ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ, ການ​ຄຸ້ມ​ຄອງ​ແຮງ​ງານ​ເສລີ, ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ....ກ່ຽວ​ກັບ​ການ ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ທ່ານ​ນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍ ອົງຄະ ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ ​ໃຫ້​ຮູ້​ວ່າ : 

    “ ໜ້າ​ທີ່​ຮັບຜິດຊອບ​ຂອງ​ກະຊວງ​ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ນີ້ ​ແມ່ນ​ໃຫຍ່​ຫຼວງ​ທີ່ສຸດ. ​ເພາະສະ​ນັ້ນ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ນຳ​ສະ​ເໜີ​ເນື້ອ​ໃນ 2 ປະການ​ຕໍ່​ລັດຖະບານ. ສຳລັບ​ການ ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ ​ແມ່ນ​ຈະ​ມີ​ກອງ​ປະຊຸມ​ສະຫຼຸບ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະ​ຕິ​ບັດ​ບັນຫາ​ນີ້. ທີ 2 ​ແມ່ນ​ຊີ້​ນຳ​ບັນດາ​ໂຮງຮຽນ​ການ​ຊ່າງ ຕ້ອງ​ຜູກ​ຮັດ​ກັບຈະ​ຫຼາດ​ແຮງ​ງານ, ບັນດາ ໂຮງຮຽນ​ການ​ຊ່າງ​ຢູ່​ທ້ອງ​ຖິ່ນ​ຕ້ອງ​ຕິດ​ແທດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ຂອງ​ຕົນ. ໂຮງຮຽນ​ການ​ຊ່າງບາງ​ແຫ່ງ​ຕ້ອງ​ມີ​ພາກສ່ວນ​ໃຫ້​ຄຳ​ປຶກສາ, ປະຊາສຳພັນ........

     ທີ່​ວາລະ​ຕອບ​ຄຳ​ຊັກ​ຖາມ, ທ່ານ​ນາງລັດຖະມົນຕີກະຊວງແຮງງານ, ທະຫານ ເສຍອົງຄະ ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ ຍັງ​ຢືນຢັນ​ວ່າ ການ​ຊຸດ​ໂຊມ​ທາງ​ດ້ານ​ເສດຖະກິດ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ທຸກ​ຍາກ, ​ແຕ່​ພັກ, ລັດຖະບານ ​ແລະ ບັນດາ​ທ້ອງ​ຖິ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນຫາ​ນີ້. ທ່ານ​ນາງ ຝ້າ​ມທິຫາຍ​ຈວຽນ ​ໃຫ້​ຮູ້​ອີກ​ວ່າ :

   “ ສຳລັບ​ກຸ່ມ​ຜູ້​ທຸກ​ຍາກ, ລັດຖະບານ​ໄດ້​ມີ​ໂຄງການ​ດຳ​ເນີນ​ງານ, ​ໃນ​ນັ້ນ ມີ​ການ​ໜູນ​ຊ່ວຍ​ຜູ້​ທຸກ​ຍາກ​ກ່ຽວ​ກັບ​ນະ​ໂຍບາຍ​ສຸຂາພິບານ, ໜູນ​ຊ່ວຍ​ສະໜອງ​ທີ່​ດິນ, ​ເຮືອນ​ຢູ່, ​ໃຫ້​ກູ້​ຢືມ​ເງິນ, ສ້າງ​ວຽກ​ເຮັດ​ງານ​ທຳ. ​ເພາະສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ສັງ​ເກດ​ວ່າ ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ທຸກ​ຍາກຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ໄດ້​ຖືກ​ຈຳກັດ​ສ່ວນ​ໃດ​ສ່ວນ​ໜຶ່ງ​ແລ້ວ”


ຂ່າວ/ບົດ​ອື່ນ