ກອງປະຊຸມສະໄໝສາມັນ ປະຈຳເດືອນ 7 ຂອງ ລັດຖະບານຫວຽດນາມ

ກອງປະຊຸມສະໄໝສາມັນ ປະຈຳເດືອນ 7 ຂອງ ລັດຖະບານຫວຽດນາມ  - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນປະຈຳ​ເດືອນ 7
( ພາບ: chinhphu.vn )


( vovworld ) -    ​ໃນ​ວັນ​ທີ 30 ​ແລະ 31/7, ຢູ່​ສຳນັກງານ​ລັດຖະບານ​ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽ​ດນາມ Nguyen Tan Dung ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສະ​ໄໝ​ສາມັນປະຈຳ​ເດືອນ 7 ຂອງ​ລັດຖະບານ​ຫວຽ​ດນາມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ 7 ​ແລະ 7 ​ເດືອນ​ທີ່​ຜ່ານ​ມາ, ພ້ອ​ມກັນ​ນັ້ນ​ກໍຊີ້ນ​ຳການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​​ເຄັ່ງ​ຮ້ອນຢ່າງ​ທັນ​ການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຄວບຄຸມ​ໄພ​ເງິນ​ເ​ຟີ້, ຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຕາມ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ.

        ​ເມື່ອປຶກສາ​ຫາລື​ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ຖື​ວ່າ ສະພາບ​ການ​ເສດ​ຖະກິດ​ສັງຄົມ​ໃນເດືອນ 7 ​ແລະ 7 ​ເດືອນ​ທີ່​ຜ່ານ​ມາ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ດັດ​ຊະນີ​ລາຄາ​ໃຊ້​ສອຍ 7 ​ເດືອນ​ຜ່ານ​ມາ​ຫຼຸດ​ລົງ​ຢ່າງ​ລຽນ​ຕິດ; ວົງ​​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 19% ດ້ວຍມຸນ​ຄ່າ​ເກືອບ 6,3 ຕື້ USD. ຜ່ານ 3 ​ເດືອນ​ແຫ່ງ​ການ​ປະຕິບັດ​ມະຕິ​​ເລກທີ 13 ຂອງ​ລັດຖະບານ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຕໍ່​ກຳນົດ​ເວລາຍົກ​ເວັ້ນ, ຫຼຸ​ກຜ່ອນ, ຕໍ່​ກຳນົດ​​ເສຍອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ​ໄດ້​ເກືອບ 11.000 ຕື້​ດົງ. ຄຽງ​ຄູ່​ກັບ​ການ​ຢືນຢັນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ບັນດາ​ສະມາຊິກ​ລັດຖະບານ​ກໍ​ຮັບ​ຮູ້​ສະພາບ​ການ​ເສດຖະກິດ​ສັງຄົມ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ບໍ່​ແມ່ນ​ໜ້ອຍ.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ່ທາ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​​ເຖິງວຽກ​ງານ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ທ່ານ​ກ່າວ​ວ່າ.

        ປະຈຸ​ບັນ​ຕ້ອງ​ຊອກ​ຫາ​ທຸກ​ມາດ​ຕະການ​​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້ການ​ຜະລິດ, ດ້ວຍ​ວິທີ​ຫຼຸດ​ອັດຕາດອກ​ເບ້ຍ, ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ປ່ອຍບ້ວງ​ສິນ​ເຊື່ອ​ເຂົ້າ​ໃນ​ຂົງ​ເຂດກະສິກຳ ​ແລ້ວກໍ​ຮອດ​ບັນຫາຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ການສົ່ງ​ອອກ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ ຕະຫຼາດ​ກໍຈະ​ດີ​ຂຶ້ນ​ເພາະ​ຍອດຄວາມ​ຕ້ອງການ​​ເພີ່ມ​ຂຶ້ນ, ພວກ​ເຮົາ​ຈະ​ລົງທຶນ​ກໍ່ສ້າງ​ພື້ນ​ຖານ​ພ້ອມ​ກັບ​ການ​ຜະລິດກະ​ສິກຳ​ໄດ້​ຮັບຜົນ​ດີ, ອັນ​ຈະ​ພາ​ໃຫ້ການ​ຈຳໜ່າຍ​ຈະ​ດີ, ການ​ສົ່ງ​ອອກ​ດີ, ​ເຮັດ​ໃຫ້​ແຮງການ​ຊື້​ຂອງ​ປະຊາຊົນ​ຈະ​ເພີ່ມ​ຂຶ້ນ.

        ​ແຕ່​ນີ້​ຮອດ​ທ້າຍ​ປີ 2012, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ທ້ອງ​ຖິ່ນຕ່າງໆ​ ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ, ປ້ອງ​ກັນ​ ​ແລະ ຕ້ານໄພ​ທຳ​ມະ​ສາດ, ​ໂລກລະບາດ, ພັດທະນາ​ສາທາລະນະ​ສຸກ, ການສຶກສາ, ລົບ​ລ້າງ​ຄວາມ​ອືຶດຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ພັດທະນາ​ເຮືອນ​ຢູ່​ສັງຄົມ.

ຂ່າວ/ບົດ​ອື່ນ