​ກອງປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສ​ະ​ພາບ​ການ​ເສດ​ຖະ​ກິດ​ - ສັງ​ຄົມ​ເດືອນ​ກໍ​ລະ​ກົດ ແລະ 7 ເດືອນ​ຕົ້ນ​ປີ 2022

(VOVWORLD) - ເດືອນກໍລະກົດ ແລະ  7 ເດືອນຜ່ານມາ, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ລະບົບສະໜອງແຮງງານມີການຟື້ນຟູຢ່າງວ່ອງໄວ; ຄວາມເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ; ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຊຸກຍູ້… 
​ກອງປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສ​ະ​ພາບ​ການ​ເສດ​ຖະ​ກິດ​ - ສັງ​ຄົມ​ເດືອນ​ກໍ​ລະ​ກົດ ແລະ 7 ເດືອນ​ຕົ້ນ​ປີ 2022 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 3 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະໄໝສາມັນຂອງລັດຖະບານກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2022; ສະພາບການຜັນຂະຫຍາຍການປະຕິບັດມະຕິຂອງລັດຖະບານ; ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເດືອນກໍລະກົດ ແລະ  7 ເດືອນຜ່ານມາ, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ລະບົບສະໜອງແຮງງານມີການຟື້ນຟູຢ່າງວ່ອງໄວ; ຄວາມເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ; ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຊຸກຍູ້… ກ່ຽວກັບໜ້າທີ່ໃນເດືອນສິງຫາ ແລະ ຊຸມເດືອນຕໍ່ໄປ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງ 4 ປັດໄຈຄວນສຸມໃສ່ປະຕິບັດໃຫ້ເປັນຢ່າງດີ, ນັ້ນແມ່ນ: ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັບປະກັນການເຕີບໂຕ, ຄວາມດຸ່ນດ່ຽງໃຫຍ່; ຄວາມເປັນປົກກະຕິຢູ່ຕະຫຼາດແຫ່ງຕ່າງໆ, ໂດຍສະເພາະແມ່ນປະເພດລາຄາສິນຄ້າຍຸດທະສາດ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ຮັກສາສະຖຽນລະພາບ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

     ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວວ່າ : 

   "ກ່ຽວກັບບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້; ສຸມໃສ່ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ດີ. ພ້ອມກັນນັ້ນ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ ຮູບແບບການເຕີບໂຕ, ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຢີ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ນະວັດຕະກຳ; ສຸມໃສ່ພັດທະນາວັດທະນະທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ. ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້. ຍູ້ແຮງການພົວພັນຕ່າງປະເທດ, ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມໂລກ. ກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ແລະ ແທດຈິງ, ກວ້າງເລິກ, ແທດຈິງ ແລະ ມີປະສິດທິຜົນ."

      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບການປ່ອຍເງິນລົງທຶນສາທາລະນະ ແລະ ສະພາບການຜັນຂະຫຍາຍປະຕິບັດ 3 ແຜນງານເປົ້າໝາຍແຫ່ງຊາດ, ໃນນັ້ນມີບັນດາໂຄງການຄື: ການລົບລ້າງຄວາມອຶດຫີວ ແລະ ຫຼຸດຜ່ອນຄວາມທຸກຍາກ; ກໍ່ສ້າງຊົນນະບົດໃໝ່; ແລະພັດທະນາເສດຖະກິດ-ສັງຄົມຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.



ຕອບກັບ

ຂ່າວ/ບົດ​ອື່ນ