ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV: ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ ແລະ ດຳ​ເນີນ​ການ​ຊັກ​ຖາມ, ຕອບ​ຄຳ​ຊັກ​ຖາມ​ໃນ ອາ​ທິດ​ທຳ​ອິດ​ຂອງ​ກາ​ນ​ປະ​ຊຸມ​ຄັ້ງ​ທີ 2

(VOVWORLD) -ວັນທີ 6 ພະຈິກ, ສະພາແຫ່ງຊາດເລີ່ມການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 10.
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV: ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ ແລະ ດຳ​ເນີນ​ການ​ຊັກ​ຖາມ, ຕອບ​ຄຳ​ຊັກ​ຖາມ​ໃນ ອາ​ທິດ​ທຳ​ອິດ​ຂອງ​ກາ​ນ​ປະ​ຊຸມ​ຄັ້ງ​ທີ 2 - ảnh 1ວາລະກອງປະຊຸມສະໄໝສາມັນ ໃນຕອນເຊົ້າວັນທີ 24 ຕຸລາ (ພາບ: TTXVN) 

ໃນອາທິດຕົ້ນຂອງກອງປະຊຸມຄັ້ງທີ 2 ກອງປະຊຸມສະໄໝສາມັນເທື່ອທີ 10, ບັນດາສະມາຊິກສະພາແຫ່ງຊາດໄດ້ປະຊຸມຢູ່ຫໍສະພາແຫ່ງຊາດ ຢູ່ຮ່າໂນ້ຍ, ແຕ່ວັນທີ່ 2 – 6 ພະຈິກ. ມີເນື້ອໃນສຳຄັນຫຼາຍຢ່າງໃນອາທິດເຮັດວຽກນີ້ຈະໄດ້ອອກອາກາດ, ຖ່າຍທອດສົດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຕິດຕາມ.

ບັນດາສະມາຊິກສະພາແຫ່ງຊາດຈະດຳເນີນການປຶກສາຫາລືໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2020, ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການແບ່ງງົບປະມານສູນການປີ 2021, ໝາກຜົນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ແລະ ແຜນການ 5 ປີໄລຍະ 2016 – 2020: ພັດທະນາເສດຖະກິດ - ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດ, ການເງິນແຫ່ງຊາດ, ການລົງທຶນພາກລັດ ໄລຍະກາງຄືນໃໝ່, ໝາກຜົນການປະຕິບັດມະຕິວ່າດ້ວຍການໃຫ້ສັດຕະຍາບັນແຜນນະໂຍບາຍລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016 – 2020…   

ຕອບກັບ

ຂ່າວ/ບົດ​ອື່ນ