ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະບູລະນະບັນດາຕຳແໜ່ງໃນກົງຈັກລັດ

(VOVWORLD) -ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 24 ມີນາ ຫາວັນທີ 07 ເມສາ.
ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະບູລະນະບັນດາຕຳແໜ່ງໃນກົງຈັກລັດ - ảnh 1ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ
(ພາບ: VGP)

ຕອນບ່າຍວັນທີ 02 ມີນາ, ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ກຸມພາ ຂອງລັດຖະບານ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ: ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 24 ມີນາ ຫາວັນທີ 07 ເມສາ. ໃນໂຄງການດຳເນີນງານມີເລື່ອງບູລະນະບັນດາຕຳແໜ່ງໃນກົງຈັກລັດ. ບູລະນະບັນດາຕຳແໜ່ງການນຳພັກ, ລັດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ແມ່ນວຽກງານປະຕິບັດຕາມແຕ່ລະຂັ້ນຕອນ ຕາມຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍ. ກົມການເມືອງ ໄດ້ມອບໝາຍໃຫ້ຄະນະຮັບຜິດຊອບວຽກງານພັກ ຂອງລັດຖະບານສ້າງແຜນການແນະນຳບຸກຄະລາກອນທີ່ມີເງື່ອນໄຂ, ມາດຕະຖານຢ່າງພຽງພໍ ເພື່ອຮັບປະກັນບັນດາຕຳແໜ່ງການນຳລັດຖະບານ, ການນຳບັນດາກະຊວງ, ຂະແໜງການ ແລະ ອົງການຂຶ້ນກັບລັດຖະບານອາຍຸການ 2016 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ